Vientiane Times Lao
ດ່ວນ! ແຂວງຫົວພັນ ປິດດ່ານຊົ່ວຄາວ 10 ດ່ານ

ດ່ວນ! ແຂວງຫົວພັນ ປິດດ່ານຊົ່ວຄາວ 10 ດ່ານ

ຫ້ອງວ່າການແຂວງ ຫົວພັນ ໄດ້ອອກແຈ້ງການ ໃຫ້ບັນດາເຈົ້າເມືອງ 10 ເມືອງ ໃນທົ່ວແຂວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຊາບວ່າ: ໃນວັນທີ 12 ມີນາ 2020 ແມ່ນຈະເລີ່ມປິດບັນດາດ່ານເຂົ້າ-ອອກປະເທດຊົ່ວຄາວ, ຈຳນວນ 10 ດ່ານ ເພີື່ອປອ້ງກັນ ແລະ ສະກັດກັ້ນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).

ອີງຕາມການແຈ້ງການໄດ້ລະບຸວ່າ: ໃຫ້ປິດດ່ານປະເພນີ ຈໍານວນ 10 ດ່ານ ຄື: ດ່ານນໍ້າໄຕ, ດ່ານທ່າເລົ້າ, ດ່ານເມືອງເກີນ, ດ່ານເມືອງເຜືອ, ດ່ານມອງນໍ້າ, ດ່ານນາຄ້າງ, ດ່ານສົບດຸ້ງ, ດ່ານເປົ້າ, ດ່ານຍອດຕິ້ວ ແລະ ດ່ານແດນດິນ.

ໃນນັ້ນ, ເປີດບໍລິການເປັນປົກກະຕິ ຈຳນວນ 4 ດ່ານຄື: ດ່ານສາກົນນໍ້າໂສຍ (ນາແມວ), ດ່ານບ້ານດ່ານ, ດ່ານປ່າຮ່າງ ແລະ  ດ່ານສົມຫັວງ. ຖ້າເຫັນວ່າມີຄວາມຈໍາເປັນໃນການເຂົ້າ-ອອກ ແມ່ນໃຫ້ມານຳໃຊ້ບໍລິການ ຢູ່ໃນ 4 ດ່ານ ທີ່ ແຂວງ ໄດ້ອະນຸຍາດໃຫ້ເປີດບໍລິການ.

ສະນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປຈົນກວ່າຈະມີແຈ້ງການປ່ຽນແປງ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply