ທຸກພາກສ່ວນສາມາດມີສ່ວນຮ່ວມ ໃນການສະກັດກັ້ນ ແລະ ແກ້ໄຂອາຊະຍາ ກຳທາງດ້ານອິນເຕີເນັດ, ການພະນັນ ອອນລາຍ ແລະ ບັນຫາສະແກມເມີ

ທຸກພາກສ່ວນສາມາດມີສ່ວນຮ່ວມ ໃນການສະກັດກັ້ນ ແລະ ແກ້ໄຂອາຊະຍາ ກຳທາງດ້ານອິນເຕີເນັດ, ການພະນັນ ອອນລາຍ ແລະ ບັນຫາສະແກມເມີ

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການເມື່ອມໍ່ໆມານີ້ເຖິງບັນດາສຳນັກງານ, ອົງການ, ການຈັດຕັ້ງ, ນິຕິບຸກຄົນພາກລັດ- ເອກະຊົນ, ຄອບຄົວ, ເຈົ້າຂອງເຄຫະສະຖານ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບ ເຂດທົ່ວປະເທດກ່ຽວກັບການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ບັນຫາສະແກມເມີ.

ແຈ້ງການດັ່ງກ່າວລະບຸໄວ້ດັ່ງລຸ່ມນີ້:

1. ຮຽກຮ້ອງມາຍັງ ບັນດາ ສຳນັກງານ, ອົງການ, ການຈັດຕັ້ງ, ເຂດເສດຖະກິດພິເສດ, ເສດຖະກິດສະເພາະ, ວິສາຫະກິດກາຊິໂນ, ນິຕິບຸກຄົນ ພາກລັດ, ເອກະຊົນ, ຄອບຄົວ, ເຈົ້າຂອງເຄຫະສະຖານ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ, ກຳແໜ້ນສະພາບປະກົດການຫຍໍ້ທໍ້ໃນປັດຈຸບັນ ກ່ຽວກັບ ບັນດາເລ່ຫຼ່ຽມ,ການຖືກຕົວະຍົວະ,ຫຼອກລວງ ແລະ ການ ສໍ້ໂກງຊັບ ຂອງກຸ່ມແກ້ງກໍ່ອາຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ບັນຫາສະແກມເມີ ເພື່ອເປັນເຈົ້າ ການມີສະຕິລະວັງຕົວ ແລະ ປະກອບສ່ວນ, ໃຫ້ການຮ່ວມມື ໃນການແກ້ໄຂອາຊະຍາກໍາດັ່ງກ່າວ ດ້ວຍການແຈ້ງຂໍ້ມູນ, ເບາະແສ, ຫຼັກຖານ, ສະໜອງຂໍ້ມູນອື່ນໆ ຫຼື ຊ່ວຍຈັບກຸມຜູ້ກະທຳຜິດເຊິ່ງໜ້າ ໃນການສະກັດກັ້ນ ແລະ ສາມາດແກ້ໄຂ ໄດ້ທັນເວລາ.

2. ກໍລະນີທີ່ເຈົ້າໜ້າທີ່ເຂົ້າກວດກາ-ແກ້ໄຂ ກຸ່ມແກ້ງສະແກມເມີ, ການພະນັນອອນລາຍ ຢູ່ສະຖານທີ່ໃດ ເຈົ້າຂອງເຄຫະສະຖານ: ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ, ບ້ານພັກ, ໂຮງແຮມ, ອາພາດເມັ້ນ, ຕຶກອາຄານ ໃດທີ່ມີສັນ ຍາເຊົ່າ ຫຼື ມີສ່ວນຮ່ວມ ທີ່ກ່ຽວຂ້ອງກັບອາຊະຍາກຳ ດັ່ງກ່າວ ນອກຈາກຖືກນໍາໃຊ້ມາດຕະການ ຕາມທີ່ໄດ້ກຳນົດໄວ້ ໃນຂໍ້ທີ 8 ຂອງແຈ້ງການ ສະບັບເລກທີ 308/ປກສ,ລົງວັນທີ 15 ກໍລະກົດ 2026 ແລ້ວ ເຈົ້າຂອງເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ, ບ້ານພັກ, ໂຮງແຮມ, ອາພາດເມັ້ນ, ຕຶກອາຄານ ດັ່ງກ່າວ ຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ ໃນການຄຸມຕົວຜູ້ຮ່ວມຂະບວນການກໍ່ອາຊະຍາກໍາດັ່ງກ່າວ ເພື່ອກັກຕົວໄວ້ກັບທີ່ຊົ່ວຄາວໃນສະຖານທີ່ຂອງເຄຫະສະຖານ ນັ້ນເລີຍ ແລະ ຖ້າແມ່ນເຈົ້າຂອງເຄຫະສະຖານທີ່ມີສ່ວນຮ່ວມໂດຍກົງ ຈະຕ້ອງຮັບຜິດຊອບກິນຢູ່ພ້ອມ ຈົນກວ່າຈະສໍາເລັດຂັ້ນຕອນຂອງວຽກງານສືບສວນ-ສອບສວນເຈົ້າໜ້າທີ່ຕຳຫຼວດ ແລະ ແກ້ໄຂ ຕາມກົດໝາຍ ແລະ ລະບຽບການ.

3. ບັນດາສຳນັກງານ, ອົງການ, ການຈັດຕັ້ງ, ເຂດເສດຖະ ກິດພິເສດ, ເສດຖະກິດສະເພາະ, ວິສາຫະກິດກາຊິໂນ, ນິຕິບຸກຄົນ ພາກລັດ ເອກະຊົນ, ຄອບຄົວ, ເຈົ້າຂອງເຄຫະສະຖານ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະ ເທດ ແລະ ຄົນບໍ່ມີສັນຊາດ ທີ່ມີກ້ອງວົງຈອນປິດ ແລະ ບ່ອນຄວບຄຸມກ້ອງວົງຈອນປິດ ຢູ່ໃນການຄຸ້ມຄອງຂອງຕົນ ຕ້ອງ ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ ໃນການເຂົ້າກວດກາເອົາຂໍ້ມູນ ກ່ຽວກັບ ແກ້ໄຂອາຊະຍາ ກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ບັນຫາສະແກມເມີ,ອາຊະຍາກຳຂ້າມຊາດ ແລະ ອາຊະຍາກຳອື່ນ ເປັນຢ່າງດີ ເພື່ອເປັນຂໍ້ມູນ, ຫຼັກຖານ ໃນການນໍາເອົາຜູ້ກະທຳຜິດມາລົງໂທດ ຕາມກົດໝາຍ ແລະ ລະບຽບການ.

ທີ່ມາ: ຄວາມສະຫງົບ

Related Articles

Leave a Reply