ທ່ານ ຈ້າວເຫຼີນ ຕາງໜ້າເຂດເສດຖະກິດສາມຫຼ່ຽມຄຳ (ເຂດຊາຍແດນລາວ-ຈີນ) ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງສາລະວັນ ເມື່ອບໍ່ດົນມານີ້ ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ ໃນອະນາຄົດ.
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນໄດ້ນໍາພາ ທ່ານ ຈ້າວເຫຼີນ ໄປເບີ່ງເນື້ອທີ່ດິນເປົ່າຫວ່າງ ທີ່ມີເນື້ອທີ່ກວ້າງຂວາງ ຢູ່ບ້ານໂຈະ ເມືອງຕະໂອ້ຍ ຊຶ່ງເໝາະສົມໃຫ້ແກ່ການລົງທຶນດ້ານກະສິກຳ ແລະ ປູກຝັງ-ລ້ຽງສັດ ແລະ ດ້ານການ ທ່ອງທ່ຽວ. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມເບິ່ງເຂດເຊື່ອມຕໍ່ລະຫວ່າງຊາຍແດນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ຊຶ່ງເປັນຊາຍແດນລາວ – ຫວຽດນາມ ທີ່ມີຄວາມເປັນໄປໄດ້ໃນການພັດທະນາ ການທ່ອງທ່ຽວ, ສ້າງສູນການຄ້າ ແລະ ເປັນຊາຍແດນທີ່ອໍານວຍຄວາມສະດວກໃນການສົ່ງອອກສິນຄ້າ.
ຂ່າວ-ພາບ: ສິດຕາ