Visit BigblueAgency
ບານເຕະລາວລີກ 2 ເປີດສະໜາມທ້າຍເດືອນກໍລະກົດນີ້

ບານເຕະລາວລີກ 2 ເປີດສະໜາມທ້າຍເດືອນກໍລະກົດນີ້

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແຈ້ງໃຫ້ຊາບຫວ່າງບໍດົນມານີ້ວ່າ ການແຂ່ງຂັນບານເຕະ ຄອມມານໂດ ລາວີກ 2 ປະຈຳປີ 2020 ກຽມເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍລະກົດ 2020.

ສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2  ແມ່ນໃຫ້ເລິ່ມລົງທະບຽນ ແຕ່ວັນທີ 17 ມິຖຸນາ 2020 ຫາ ວັນທີ 17 ກໍລະກົດ 2020 ນີ້, ເຊິ່ງຮູບແບບການແຂ່ງຂັນ ແມ່ນແຂ່ງຂັນແບບແບ່ງກຸ່ມ ແລະ ເຕະຄັດອອກແບບ 2 ນັດໄປ-ກັບໃນຮອບຮອງ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.

ສໍາລັບ ການແຂ່ງຂັນບານເຕະ ລາວລີກ 2 ຄັ້ງນີ້, ຄາດວ່າຈະມີສະໂມສອນບານເຕະ 14 ທີມເຂົ້າຮ່ວມແຂ່ງຂັນປະກອບມີ: ເຄວສ ຢູໄນເຕັດ, ທຣີນີຕີ ເອັຟຊີ, ແຄນລາວ ຢູໄນເຕັດ, ເອັສອີຊີ ຢູໄນເຕັດ, ເຄພີເອັສ ເອັຟຊີ, ລາວທ໋ອບ ເອັຟຊີ, ນະຄອນຫລວງ ເອັຟຊີ, ບີແຄນ ຢູໄນເຕັດ, ເຮັສບີທີ 941 ເອັຟຊີ, ກອງທັບ ເອັຟຊີ, ວຽງຈັນ ຢູໄນເຕັດ, ເອັສທີທີ ເອັຟຊີ, ກະຣຸດາ ເອັຟຊີ ແລະ ເມືອງຫາດ ຢູໄນເຕັດ​.

ຂ່າວ: ວຽງຈັນທາຍ

ພາບ: ສຕລ

Related Articles

Leave a Reply