ບໍລິສັດຜະລິດກາເຟມາລົງໂກ ຈາກ ຝຣັ່ງໄດ້ຕົກລົງຊື້ກາເຟອິນຊີລາວ (ກາເຟປອດສານພິດ)ຈາກສະຫະກອນກາເຟວັນໃໝ່ ຢູ່ແຂວງຫົວພັນເປັນເວລາ 5 ປີນັບແຕ່ປີ 2021 ຫາ 2025 ຄາດວ່າຈະມີການຊື້ຂາຍ ຈາກ 20 ໂຕນໃນປີ 2021 ເປັນ 200 ໂຕນໃນປີ 2025 ໂດຍມີພິທີເຊັນສັນຍາການຊື້-ຂາຍ ດັ່ງກ່າວເມື່ອມໍ່ໆມານີ້ທີ່ແຂວງຫົວພັນ.
ສະຫະກອນກາເຟວັນໃໝ່ ແມ່ນຊຸມຊົນຂອງຄອບຄົວຕ່າງໆຢູ່ ແຂວງຫົວພັນ ທີ່ມາໂຮມຕົວກັນ ເພື່ອປູກກາເຟດ້ວຍການສະໜັບສະໜຸນຈາກ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ແລະ ຄະນະກຳມະການແຫ່ງຊາດລາວ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (LCDC), ຊາວກະສິກອນ ວັນໃໝ່ມີສະມາຊິກ 383 ຄົນໄດ້ລິເລີ່ມປູກກາເຟໃນທ້າຍປີ 2016. ນັບແຕ່ນັ້ນມາ, ພວກເຂົາກໍ່ປະສົບຜົນສຳເລັດໃນຫຼາຍດ້ານດ້ວຍການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ແລະ ນັກກະເສດສາດວິທະຍາຂອງ UNODC, ຊາວກະສິກອນຈຶ່ງສາມາດປູກກາເຟໃນເນື້ອທີ່ປະມານ 400 ເຮັກຕາ ແລະ ສ້າງຕັ້ງສະຫະກອນຂອງຕົນຂຶ້ນ ເພື່ອດຳເນີນການແປຮູບ ແລະ ຂາຍຜະລິດຕະພັນກາເຟດ້ວຍຕົນເອງ ໃຫ້ແກ່ຕະຫຼາດຕ່າງປະເທດ. ພາຍໃຕ້ໂຄງການພັດທະນາທາງເລືອກຂອງ UNODC ຈະມີການສ້າງສູນແຍກເມັດກາເຟໃນໄວໆນີ້ ຢູ່ 12 ຊຸມຊົນທີ່ປູກກາເຟ ລວມທັງການກໍ່ສ້າງສາງ, ໂຮງບົດກາເຟ ແລະ ຫ້ອງການໃຫ້ແກ່ສະຫະກອນເພື່ອໃຊ້ໄວ້ເປັນຮ້ານກາເຟຂອງຕົນເອງນຳ.
ຂໍ້ມູນ: Lao Radio