Visit BigblueAgency
ບໍລິສັດເອກະຊົນຮ່ວມມືກັນທົດລອງນຳໃຊ້ ລົດໄຟຟ້າໃນການບໍລິການແທັກຊີຢູ່ໃນລາວ

ບໍລິສັດເອກະຊົນຮ່ວມມືກັນທົດລອງນຳໃຊ້ ລົດໄຟຟ້າໃນການບໍລິການແທັກຊີຢູ່ໃນລາວ

ບໍລິສັດໂລກ້າ (LOCA)  ແລະ ບໍລິສັດບີວາຍດີລາວ (BYD Laos) ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າເພືີ່ອສືກສາຄົ້ນຄວ້າຄວາມເປັນໄປໄດ້ໃນການເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ໃນປະເທດລາວ. ຈຸດປະສົງຂອງໂຄງການດັ່ງກ່າວແມ່ນແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສີ່ງແວດລ້ອມໃນໄລຍະຍາວ. ການຮ່ວມມືນີ້ມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມຜັກດັນ ແລະ ເພື່ອສະແດງໃຫ້ຜູ້ສ້າງ ກອບນະໂຍບາຍ ແລະ ໃຫ້ຜູ້ບໍລິໂພກໄດ້ເຫັນວ່າລົດໄຟຟ້ານັ້ນແທດເໝາະກັບຕະຫຼາດບ້ານເຮົາຫຼາຍ ແລະ ຕອບໂຈດດັ່ງວິໃສທັດຂອງປະເທດທີ່ວ່າເປັນແບັດເຕີລີຂອງອາຊຽນ. ການເຊັນສັນຍາຮ່ວມມືດັ່ງກ່າວໄດ້ມີຂຶ້ນເມື່ອມໍ່ໆມານີ້ລະຫວ່າງ ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການບໍລິສັດໂລກ້າ ແລະ Ms Mango Wan ຜູ້ອຳນວຍການ ບໍລິສັດບີວາຍດີ.

Related Articles

Leave a Reply