Vientiane Times Lao
ບໍລິສັດ ຈັນດາລາຈຳກັດຊະນະການປະມູນໂຄງການກໍ່ສ້າງເຮືອນສູບນໍ້າດິບ ຂອງບໍລິສັດນໍ້າປະປາ DKLS

ບໍລິສັດ ຈັນດາລາຈຳກັດຊະນະການປະມູນໂຄງການກໍ່ສ້າງເຮືອນສູບນໍ້າດິບ ຂອງບໍລິສັດນໍ້າປະປາ DKLS

ບໍລິສັດ ຈັນດາລາຈຳກັດຊະນະການປະມູນໂຄງການກໍ່ສ້າງເຮືອນສູບນໍ້າດິບຂອງບໍລິສັດນໍ້າປະປາ DKLS ທີ່ຕັ້ງຢູ່ບ້ານ ນາແກ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງຈະເປັນອາຄານທີ່ສາມາດ ບັນຈຸຈັກສູບນໍ້າດິບທີ່ມີກຳລັງແຮງໃນການສູບນໍ້າຈາກນໍ້າຂອງ ມາຜະລິດເປັນນໍ້າປະປາ ຮັບໃຊ້ພາຍໃນເຂດນະຄອນໄກສອນ ພົມວິຫານ ວັນລະ 43,2 ລ້ານລິດຕໍ່ວັນ.
ພິທີປະມູນໂຄງການດັ່ງກ່າວດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດນໍ້າປະປາ DKLS ໂດຍມີສາມບໍລິສັດທີ່ເຂົ້າຮ່ວມປະມູນ ຄື: ບໍລິສັດ ຫຼ່ຽມມະນີແສງ ໂດຍໃສ່ມູນຄ່າການປະມູນຢູ່ທີ່ 20 ຕື້ 67 ລ້ານ 379.111 ກີບ, ບໍລິສັດຊີວີຄອນສະຕຼັກຊັນ ໃສ່ມູນຄ່າການປະມູນ14 ຕື້ 839 ລ້ານ 768.416 ກີບ  ແລະ ບໍລິສັດ ຈັນດາລາຈໍາກັດ ໃສ່ມູນຄ່າການປະມູນ 21 ຕື້ 383 ລ້ານ 444.402 ກີບ.

 ຂ່າວ-ພາບ: ສພຂ

Related Articles

Leave a Reply