Vientiane Times Lao
ປະຊາຊົນພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໄຕ້ຝຸ່ນໂມລະເວ ນັບແຕ່ຕອນແລງຂອງວັນທີ 28 ຫາຕອນເຊົ້າຂອງວັນທີ 29 ຕຸລານີ້

ປະຊາຊົນພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໄຕ້ຝຸ່ນໂມລະເວ ນັບແຕ່ຕອນແລງຂອງວັນທີ 28 ຫາຕອນເຊົ້າຂອງວັນທີ 29 ຕຸລານີ້

ປະຊາຊົນເຂດພາກກາງ ແລະ ພາກໃຕ້ ປະກອບມີແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ກຽມຮັບມືກັບພະຍຸໄຕ້ຝຸ່ນ ໂມລະເວ (TY Molave) ຫົວທີ 18 ທີ່ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງເຊກອງ ແລະ ແຂວງສາລະວັນໃນຕອນແລງຂອງວັນດັ່ງກ່າວ ຫາຕອນເຊົ້າວັນທີ 29 ຕຸລາ 2020, ອິດທິພົນຂອງພະຍຸດັ່ງກ່າວຈະເຮັດໃຫ້ຝົນຕົກໜັກ ຫາຕົກຫຼາຍ ພ້ອມທັງມີລົມພັດແຮງ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ດັ່ງກ່າວ ຊຶ່ງອາດຈະເຮັດໃຫ້ສາຂາແມ່ນໍ້າຕ່າງໆຍຶ່ງຂຶ້ນຕື່ມ ອາດຈະເຮັດໃຫ້ນໍ້າຖ້ວມຊູ, ຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ, ເຮືອນຊານເປ່ເພ ແລະ ອື່ນໆ.

ພະຍຸດັ່ງກ່າວຊຶ່ງເປັນຫົວທີ 6 ທີ່ພັດຜ່ານປະ ເທດລາວໃນປີນີ້.  ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງ ການ ດ່ວນເຖິງປະຊາຊົນຢູ່ບັນດາແຂວງດັ່ງກ່າວ ໃນຕອນເຊົ້າວັນທີ 26 ຕຸລານີ້, ໃຫ້ມີສະຕິລະວັງຕົວກ່ຽວກັບການປ້ອງກັນ ແລະ ຮັບມືກັບພະຍຸໄຕ້ຝຸ່ນດັ່ງກ່າວ ພ້ອມທັງກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ທີ່ປອດໄພ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply