Vientiane Times Lao
ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ມອບອຸປະກອນຮັບໃຊ້ວຽກງານສື່ມວນຊົນ ໃຫ້ 5 ຕົວເມືອງພາຍໃນແຂວງ

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ມອບອຸປະກອນຮັບໃຊ້ວຽກງານສື່ມວນຊົນ ໃຫ້ 5 ຕົວເມືອງພາຍໃນແຂວງ

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ນຳເອົາອຸປະກອນຮັບໃຊ້ວຽກງານສື່ມວນຊົນ ຊຶ່ງປະກອບມີ: ໂທລະໂຄ່ງຈຳນວນ 6 ຊຸດ ແລະ  ຄອມພິວເຕີຕັ້ງໂຕະອີກຈໍານວນໜຶ່ງ ມາມອບໃຫ້ແກ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ.
ສໍາລັບເຄື່ອງຈຳນວນດັ່ງກ່າວ ແມ່ນຈະນໍາໄປມອບໃຫ້ແກ່  5 ເມືອງ ໃນທົ່ວແຂວງ ເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະກໍແມ່ນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນໃຫ້ ໄດ້ຮັບຮູ້ຂ່າວສານຢ່າງທົ່ວເຖິງ, ຊຶ່ງເຄື່ອງດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກເຂື່ອນໄຟຟ້ານໍ້າໃຜລວມມູນຄ່າທັງໝົດ 61 ລ້ານກວ່າກີບ.
ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ ຜ່ານມານີ້ ທີ່ ແຂວງໄຊສົມບູນ, ໂດຍການກ່າວມອບຂອງທ່ານ ບຸນທຽມ ໄຊສົງຄາມ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ແລະ ກ່າວຮັບໂດຍ ທ່ານ ທົງສະຫວັນ ໂພສະລາດ, ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ພຸດທະສອນ ເວດສະວົງ

ຮູບ: ປະກອບ

Related Articles

Leave a Reply