ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສໍາເລັດການແຕ້ມເສັ້ນແບ່ງຊ່ອງທາງ ຈະລາຈອນ, ຂອບທາງ, ຕິດຕັ້ງປ້າຍຈະລາຈອນ ແລະ ໄຟອໍານາດ ຢູ່ຕາມເສັ້ນທາງຫຼັກ ໃນນະຄອນຫຼວງວຽງຈັນ.
ທ່ານ ສີວອນ ຊັບທະວີ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ລາຍງານຕໍ່ນັກຂ່າວວຽງຈັນທາຍ ວ່າ: ປະຈຸບັນໜ້າວຽກທັງໜົດແມ່ນສໍາເລັດແລ້ວ ແຕ່ກໍາລັງ ກວດກາຄືນແຕ່ລະໜ້າວຽກ.
ອີງຕາມຂໍ້ມູນຈາກພະແນກ ດັ່ງກ່າວລາຍງານວ່າ ວຽກປັບປຸງ, ແຕ້ມເສັ້ນຊ່ອງທາງຈະລາຈອນ, ຂອບທາງ ແລະ ຕິດຕັ້ງ ປ້າຍຈະລາຈອນ ແລະ ໄຟແດງ (ອໍານາດ) ແມ່ນເລີ່ມມາແຕ່ຕົ້ນປີນີ້ ແລະ ກໍານົດໃຫ້ສໍາເລັດໃນເດືອນ ພຶດສະພາ ແຕ່ຍ້ອນຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໜ້າວຽກດັ່ງກ່າວ ມີຄວາມຫຼ້າຊ້າ ເຊິ່ງໜ້າວຽກດັງກ່າວແມ່ນຈັດ ຕັ້ງປະຕິບັດຢູ່ເສັ້ນທາງ ຫຼັກໃນນະຄອນຫຼວງ ເຊັ່ນ: ເສັ້ນທາງໄກສອນພົມວິຫານ, ໜອງບອນ, ສາມແສນໄທ, ເສດຖາທິລາດ, ເຈົ້າຟ້າງຸ່ມ, ສຸພານຸວົງ, ລ້ານຊ້າງ ແລະ ເສັ້ນທາງທ່າເດື່ອ.
ການປັບປຸງ, ແຕ້ມເສັ້ນຊ່ອງທາງຈະລາຈອນ, ຂອບທາງ ແລະ ຕິດຕັ້ງປ້າຍ ແລະ ໄຟອໍານາດ ແມ່ນ ໄດ້ຮັບທຶນຈາກກອງທຶນທາງ ມູນຄ່າ 7.4 ຕື້ກີບ.
ຂ່າວ: ພ້ອມພົງ
ພາບ: ພ້ອມພົງ