Visit BigblueAgency
ຟຟລ ພົບພະນັກງານມີສ່ວນໃນການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ

ຟຟລ ພົບພະນັກງານມີສ່ວນໃນການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ

 ການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເປັນໜຶ່ງໃນສາເຫດຂອງພະລັງງານຕົກເຫ່ຍນອກເຕັກນິກ ແລະ ເປັນປະກົດການຫຍໍ້ທໍ້ທີ່ກໍ່ໃຫ້ເກີດຄວາມເສຍຫາຍທາງຊັບສິນຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ກໍຄື ຊັບສິນຂອງລັດ. ຈາກການຕິດຕາມກວດກາຂອງ ຟຟລ ໄດ້ພົບເຫັນການລັກກະແສໄຟຟ້າຫຼາຍຮູບແບບ ໜຶ່ງໃນນັ້ນ ແມ່ນຜູ້ຊົມໃຊ້ໄຟຟ້າຮ່ວມ ມືກັບກຸ່ມຄົນບໍ່ດີດັດແປງໝໍ້ນັບໄຟ ເຮັດໃຫ້ການເຮັດວຽກຜິດປົກກະຕິ ແລະ ບໍ່ຖືກຕາມມາດຕະຖານເຕັກນິກ ເຊີ່ງ 3 ເດືອນຕົ້ນປີຂອງປີ 2022 ນີ້, ຟຟລ ໄດ້ປະຕິບັດວິໄນດ້ວຍການປົດປ່ອຍພະນັກງານໄຟຟ້າທີ່ກະທໍາຜິດກ່ຽວ ກັບການລັກໃຊ້ກະແສໄຟຟ້າອອກຈາກການເປັນພະນັກງານຂອງຕົນແລ້ວ 5 ກໍລະນີ, ໃນນີ້ 2 ກໍລະນີຢູ່ນະຄອນຫຼວງວຽງຈັນ ແລະ 3 ກໍລະນີ ແມ່ນຢູ່ຕ່າງແຂວງ.

 ທ່ານ ຈັນສົມ ພິລາລົມ ຫົວໜ້າຝ່າຍກວດກາ ຟຟລ ແຈ້ງໃຫ້ຮູ້ວ່າ: ນັບແຕ່ປີ 2021 ຫາ ຕົ້ນປີ 2022 ນີ້, ທົ່ວປະເທດ ກວດພົບການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟທັງໝົດ 31 ກໍລະນີ, ຄິດໄລ່ພະລັງງານຄືນຫຼັງຫຼາຍກວ່າ 9,6 ລ້ານ ກິໂລວັດໂມງ, ມູນຄ່າເສຍຫາຍຫຼາຍກວ່າ 19,3 ຕື້ກີບ. ຈໍານວນພະລັງານໄຟຟ້າທີ່ເສຍໄປນັ້ນສາມາດເກັບກູ້ຄືນໄດ້ 4,9 ລ້ານກິໂລວັດໂມງ, ພ້ອມນີ້ສາມາດເກັບກູ້ເງິນຄືນໄດ້ 5,6 ຕື້ກີບ ແລະ ຍັງຄ້າງຢູ່ 13,6 ຕື້ກີບ ທີ່ຍັງດໍາເນີນຄະດີຢູ່, ຖ້າຫາກລູກຄ້າທີ່ກະທໍາຜິດຍອມຈ່າຍຈະໄດ້ຜ່ອນໂທດຈາກໜັກໃຫ້ເປັນເບົາ ແຕ່ຖ້າບໍ່ຍອມຈ່າຍຄືນຈະໄດ້ຟ້ອງສານຕາມລະບຽບກົດໝາຍທີ່ ກໍານົດໄວ້.

ທ່ານ ຈັນສົມ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ຖ້າມີພະນັກງານໄຟຟ້າຄົນໃດມີສ່ວນໃນການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຖ້າຜ່ານການສອບສວນຢ່າງລະອຽດວ່າກະທໍາຜິດແທ້ ແມ່ນຈະຖືກໄລ່ອອກທັນທີໂດຍບໍ່ມີການກ່າວຕັກເຕືອນ, ບໍ່ໄດ້ຂຽນໃບສໍາຫຼວດ, ບໍ່ມີກ່ານປົດຊັ້ນ ຫຼື ປົດຕໍາແໜ່ງຄືເມື່ອກ່ອນ. ນອກຈາກນີ້ ເມື່ອຖືກໄລ່ອອກແລ້ວ ຈະບໍ່ໄດ້ຮັບນະໂຍບາຍໃດໆ ຈາກລັດວິສາຫະກິດໄຟຟ້າລາວ. ໃນໄລຍະຜ່ານມາ ເມື່ອພົບເຫັນການລັກໃຊ້ກະແສໄຟຟ້າ ແລະ ດັດ ແປງໝໍ້ນັບໄຟ, ລັດວິສາຫະກິດໄຟຟ້າລາວ ໄດ້ຢຸດການໃຊ້ກະແສໄຟຟ້າຊົ່ວຄາວ ພ້ອມທັງດໍາເນີນການໄກ່ເກ່ຍທາງແພ່ງດ້ວຍການປັບໃໝ ເຊີ່ງສ່ວນໃຫຍ່ສິ້ນສຸດເມື່ອຜູ້ກະທໍາຜິດຍອມຈ່າຍຄ່າປັບໃໝ ແຕ່ວິທີການດັ່ງກ່າວບໍ່ສາມາດນໍາເອົາຜູ້ມີສ່ວນຮ່ວມກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍ ຈິ່ງເຮັດໃຫ້ການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ປະກົດໃຫ້ເຫັນຢ່າງຕໍ່ ເນື່ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ກໍຄື ລັດຖະບານ ທັງກົດໝ່ວງຖ່ວງດຶງການພັດທະນາປະ ເທດຊາດ ຈິ່ງຈໍາເປັນຕ້ອງໄດ້ຫາວິທີແກ້ໄຂໃຫ້ໄດ້ຢ່າງເດັດຂາດ.

ຂ່າວ: ມົດແດງນ້ອຍ

Related Articles

Leave a Reply