Vientiane Times Lao
ມີຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານເກມຈຳນວນໜຶ່ງທີ່ຍັງຝ່າຝືນ ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆ

ມີຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານເກມຈຳນວນໜຶ່ງທີ່ຍັງຝ່າຝືນ ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆ

ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ ) ໄດ້ຖະແຫຼງຂ່າວເມື່ອວັນທີ 9 ພຶດສະພາ 2021 ທີ່ຜ່ານມານີ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆ ຂອງຄະນະສະເພາະກິດວາງອອກໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພາຍຫຼັງທີ່ມີຄໍາສັ່ງດັັ່ງກ່າວກະຊວງ ຖວທ ໄດ້ອອກແຈ້ງ ການໃຫ້ປິດຊົ່ວຄາວຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ຮ້ານເກມ, ການຈັດງານລ້ຽງສັງສັນ, ການຈັດງານບຸນປະເພນີ ແລະ ຄຳແນະນຳ ແຈ້ງການຕ່າງໆ ເຖິງຂະແໜງການທີ່ກ່ຽວຂ້ອງ ໂດຍເຫັນວ່າໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ, ແຕ່ຄຽງຄູ່ກັນນັ້ນຍັງມີຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານເກມຈຳນວນໜຶ່ງທີ່ຍັງຝ່າຝືນບໍ່ປະຕິບັດຕາມແຈ້ງການ ແລະ ຄະນະຮັບຜິດຊອບຢູ່ແຕ່ລະທ້ອງຖິ່ນໄດ້ຕັກເຕືອນ ແລະ ປະຕິບັດວິໄນໄປແລ້ວ ບາງຮ້ານແມ່ນໃຫ້ສັ່ງປິດຮ້ອນວ່າບໍ່ມີໃບອະນຸຍາດໃນການດໍາເນີນທຸລະກິດ.
 ສະເພາະຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ທ່ານ ສະຫວັນຄອນ ໄດ້ກ່າວວ່າ: ກະຊວງ ຖວທ ໄດ້ກຽມຊ່ວຍເຫຼືອຜູ້ປະກອບການດ້ານການທ່ອງທ່ຽວ ແລ້ວໂດຍມີແຜນສະເໜີລັດຖະບານ ແລະ ຂໍການຊ່ວຍເຫຼືອ ດ້ານທຶນຮອນຈາກອົງການຈັດຕັ້ງສາກົນເພື່ອມາຟື້ນຟູ, ພັດທະນາທຸລະກິດດ້ານການທ່ອງທ່ຽວ, ສ້າງແຜນກິດຈະກຳຫຼາຍຮູບແບບສົ່ງເສີມລາວທ່ຽວລາວ ພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ, ຈັດກຸ່ມນັກທ່ອງທ່ຽວຈາກປະເທດທີ່ບໍ່ມີການແຜ່ລະບາດມາທ່ຽວລາວ, ເພີ່ມທະວີການໂຄສະນາການທ່ອງທ່ຽວໃນຫຼາຍຮູບການ ແລະ ອື່ນໆ. ສະເພາະການຊ່ວຍເຫຼືອແກ້ໄຂຜົນກະທົບໃນບາງດ້ານນັ້ນ ລັດຖະບານ ກໍ່ຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍ່ໄດ້ມີແຈ້ງການອອກໄປແລ້ວເປັນຕົ້ນ: ຫຼຸດຄ່ານ້ຳ, ຄ່າໄຟ, ຫຼຸດດອກເບ້ຍ ແລະ ນະໂຍບາຍອື່ນໆ.

Related Articles

Leave a Reply