Vientiane Times Lao
ມູນຄ່າການລົງທຶນ ປະຕິບັດໄດ້ 12, 98 ຕື້ໂດລາສະຫະລັດໃນໄລຍະ 9 ເດືອນຂອງປີ 2020

ມູນຄ່າການລົງທຶນ ປະຕິບັດໄດ້ 12, 98 ຕື້ໂດລາສະຫະລັດໃນໄລຍະ 9 ເດືອນຂອງປີ 2020

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020  ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດໍາເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19.

ຮອດທ້າຍເດືອນ ກັນຍາ ປີ 2020 ມູນຄ່າການລົງທຶນ (ທຶນຈົດທະບຽນ) ປະຕິບັດໄດ້ 12,98 ຕື້ໂດລາສະຫະລັດ, ທຶນນໍາເຂົົ້າຕົວຈິງ ປະມານ 3,37 ຕື້ໂດລາສະຫະລັດ ຫຼື ປະມານ 31.185,98 ຕື້ກີບ ເທົ່າກັບປະມານ 156% ຂອງແຜນດັດແກ້ (ແຜນດັດແກ້ 20.000 ຕື້ກີບ).

ປະຈຸບັນ ບັນດາໂຄງການລົງທຶນໃຫຍ່ ເປັນຕົົ້ນ: ໂຄງການທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 90,77% ຂອງວຽກກໍ່ສ້າງ (ຄາດຄະເນຈະສໍາເລັດ 100% ໃນປີ 2021), ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຄືບໜ້າຫຼາຍກວ່າ 95% ຄາດວ່າ ຈະສໍາເລັດ ແລະ ເປີດນໍາ ໃຊ້ໃນທ້າຍປີນີ້້.

ນອກນັ້ນ, ຍັງມີໂຄງການຕ່າງໆ ທີ່່ຍັງຢູ່ໃນໄລຍະສຶກສາ ຄວາມເປັນໄປໄດ້ຂອງໂຄງການ, ສືບຕໍ່ດໍາເນີນ ຢ່າງເປັນປົກກະຕິ ເຊັ່ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ປາກເຊ, ທາງດ່ວນເລກ 1 ແລະ ອືີ່ນໆ

ຂ່າວ: ວຽງຈັນທາຍ

Related Articles

Leave a Reply