ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ, ພາຍໃຕ້ການເປັນປະທານຂອງບຣູໄນ ດາຣູຊາລາມ (ປະທານອາຊຽນ ປີ 2021), ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຟັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິ ໄສທັດປະຊາຄົມອາຊຽນ 2025, ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮ່ວມມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານຂອງອາຊຽນ, ການນໍາໃຊ້ກອງທຶນອາຊຽນ ສ່ວນໃດໜຶ່ງເພື່ອຈັດຊື້ຢາວັກຊິນ ຕ້ານພະຍາດໂຄວິດ-19 ສໍາລັບ ປະຊາຊົນອາຊຽນ ແລະ ອື່ນໆ.
ນອກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານ ວ່າດ້ວຍມາດຖານເງື່ອນໄຂການ ຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ, ໄດ້ສືບຕໍ່ປຶກສາຫາລືຂໍ້ສະ ເໜີຂອງບັນດາປະເທດທີ່ສົນ ໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ (TAC) ລວມທັງຂໍ້ສະ ເໜີຂອງອັງກິດເຂົ້າເປັນຄູ່ເຈລະ ຈາອາຊຽນ.
ຂ່າວ: ວຽງຈັນທາຍ