ຂະແໜງລ້ຽງສັດ ແລະ ການປະມົງ ກະຊວງກະ ສິກຳ ແລະ ປ່າໄມ້ແຈ້ງໃຫ້ຮູ້ວ່າ: ໄດ້ກຽມສັດນ້ຳ- ສັດປ່າ ລວມມີປາປາກ, ປາສ້ອຍ, ປາກົດ, ປາຊວາຍ, ກົບ, ອ່ຽນ, ເຕົ່າ ແລະ ສັດປ່່າ ອື່ນໆບໍ່ຕ່ຳກວ່າ 58 ລ້ານໂຕເພື່ອປ່ອຍລົງສູ່ຫ້ວຍນ້ຳ ລຳເຊໃນຂອບເຂດທົ່ວປະເທດ ເນື່ອງໃນວັນອະນຸ ລັກສັດນ້ຳ -ສັດປ່າແຫ່ງຊາດຄົບຮອບ 24 ປີ ໃນວັນ ທີ 13 ກໍລະກົດ 2021 ທີ່ຈະມາເຖິງນີ້.
ສະເພາະການປ່ອຍປາເພື່ອເປັນທຸລະກິດໃສ່ໃນກະ ຊັງ, ນາເຂົ້າ ແລະ ສະຖານທີ່ລ້ຽງອື່ນໆຈະປ່ອຍ ໃຫ້ໄດ້ 320 ລ້ານໂຕ ຊຶ່ງປະກອບມີປານິນ, ປາໄນ, ປາເກັດແລບ, ປາຫົວໃຫຍ່, ປາກິນຫຍ້າ, ປານວນ ຈັນ, ປາປາກ ແລະ ປາອື່ນໆ.
ຂະແໜງລ້ຽງສັດ ແລະ ການປະມົງຍັງແຈ້ງໃຫ້ຮູ້ຕື່ມ ວ່າ: ການປ່ອຍສັດນ້ຳ-ສັດປ່ານີ້ແມ່ນມີຈຳນວນເພີ່ມ ຂຶ້ນໃນແຕ່ລະປີ ຊຶ່ງໃນປີ 2015 ໄດ້ປ່ອຍ 35 ລ້ານ ໂຕ, ປີ 2016 ປ່ອຍໄດ້ 40 ລ້ານໂຕ, ປີ 2017 ປ່ອຍ ໄດ້ 43 ລ້ານໂຕ, ປີ 2018 ປ່ອຍໄດ້ 45 ລ້ານໂຕ, ປີ 2019 ປ່ອຍໄດ້ 50 ລ້ານໂຕ ແລະ ປີ 2020 ປ່ອຍ ໄດ້ 55 ລ້ານໂຕ.