ອໍານາດການປົກຄອງເມືອງສິງ ແຂວງຫຼວງນໍ້າທາຈະສົ່ງງົວພັນຊີ້ນຈໍານວນ 3.000 ໂຕໄປ ສປ ຈີນໃນລະຫວ່າງວັນທີ 27-28 ເມສາ 2021 ທີ່ຈະມາເຖິງນີ້ ຊຶ່ງປັດຈຸບັນນີ້ໄດ້ນໍາງົວຈໍານວນດັ່ງກ່າວເຂົ້າສູນກັກກັນປອດພະຍາດແລ້ວກ່ອນຈະສົ່ງອອກ.
ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງເມືອງສິງໄດ້ແຈ້ງໃຫ້ຮູ້ວ່າ: ໂຄງການສົ່ງເສີມການລ້ຽງງົວພັນຊິ້ນເພື່ອສົ່ງອອກໄປ ສປ ຈີນ ແມ່ນໂຄງການຮ່ວມມື ແລະ ເປັນຂອງຂວັນພິເສດທີ່ ທ່ານ ເລຂາທິ ການໃຫຍ່ ພັກຄອມມູນິດຈີນ ທັງເປັນປະທານ ປະເທດຈີນ ແລະ ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວແລະປະທານ ປະເທດລາວ ໄດ້ຄົ້ນຄວ້າຄັດເລືອກເອົາ ເມືອງສິງ ເປັນບ່ອນຈັດຕັ້ງປະຕິບັດໂຄງການ, ຊຶ່ງຕາມແຜນແລ້ວແຕ່ລະປີລາວຈະສົ່ງອອກງົວໃຫ້ຈີນປະມານ 500.000 ໂຕ ໂດຍອີງຕາມທ່າແຮງ ແລະ ຄວາມອາດສາມາດຂອງລາວ.
ຂ່າວ-ພາບ: ເມືອງສິງ