Vientiane Times Lao
ລົດໃຫຍ່ຕໍາກັນຮຸນແຮງທີ່ແຂວງຫຼວງພະບາງ ມີຜູ້ບາດເຈັບ 8 ຄົນ 

ລົດໃຫຍ່ຕໍາກັນຮຸນແຮງທີ່ແຂວງຫຼວງພະບາງ ມີຜູ້ບາດເຈັບ 8 ຄົນ 

ໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງແຈ້ງໃຫ້ຮູ້ວ່າ: ໄດ້ເກີດອຸບັດເຫດລົດໃຫຍ່ຕໍາກັນຢ່າງຮຸນແຮງ ເມື່ອເວລາ 19:36 ນາທີ ຂອງມື້ວັນທີ 28 ກຸມພາ 2021 ທີ່ຜ່ານມາຢູ່ເສັ້ນທາງບ້ານ ແສນສຸກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຜູ້ບາດເຈັບ 8 ຄົນ (ຍິງ 2 ຄົນ) ໂຊກດີບໍ່ມີຜູ້ເສຍຊີວິດ ໂດຍທີ່ 1 ໃນ 8 ຄົນນັ້ນເປັນຄົນສັນຊາດໄທ.

ໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງແຈ້ງໃຫ້ຮູ້ຕື່ມວ່າ: ຕໍ່ມາທີມງານກາແດງລາວໄດ້ນໍາຕົວຜູ້ໄດ້ຮັບບາດເຈັບທັງໝົດໄປຮັບການປິ່ນປົວເບື້ອງຕົ້ນຢູ່ໂຮງໝໍແຂວງຫຼວງພະບາງ ແລະ ໂຮງໝໍກ້ຄຽງ, ສ່ວນສາເຫດຂອງອຸບັດເຫດໃນຄັ້ງນີ້ ຫຼື ໃຜຖືກໃຜຜິດນັ້ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່. ສະເພາະສະພາບລົດທັງສອງຄັນຄາດວ່າໃຊ້ການບໍ່ໄດ້ຍ້ອນວ່າຕໍາກັນຮຸນແຮງ ເຮັດໃຫ້ລົດທັງສອງຄັນຈັກແຕກ.

ຂ່າວ-ພາບ: ໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງ

Related Articles

Leave a Reply