ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຈ້ງໃຫ້ຊາບ ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2021 ທີ່ມີກໍານົດມື້ເປີດການແຂ່ງຂັນໃນວັນທີ 6 ເດືອນມີນາ 2021 ນັ້ນ, ແມ່ນໄດ້ຖືກເລື່ອນໄປເປີດການແຂ່ງຂັນໃນວັນທີ 27 ມີນາ 2021 ແທນ, ຍ້ອນສະໂມສອນບານເຕະທີີ່ຈະເຂົ້າຮ່ວມແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງຈັດການແຂ່ງຂັນຍັງບໍ່ທັນມີຄວາມພ້ອມໃນການຈັດການແຂ່ງຂັນ ແລະ ຍັງລໍຖ້າແຈ້ງການອະນຸຍາດຈັດການແຂ່ງຂັນຈາກລັດຖະບານ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ມີທັງໝົດ 6 ສະໂມສອນ ເຂົ້າຮ່ວມປະກອບມີ : ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສະຣາ ເອັຟຊີ, ສະໂມສອນ ກອງທັບ ເອັຟຊີ ແລະ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ.
ສຳລັບລາງວັນ: ອັນດັບ 1 ໄດ້ຮັບເງິນລາງວັນ 300.000.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ, ອັນດັບ 2 ໄດ້ຮັບເງິນລາງວັນ 150.000.000 ກີບ, ອັນດັບ 3 ໄດ້ຮັບເງິນລາງວັນ 80.000.000 ກີບ ແລະ ລາງວັນ ອື່ນໆ ຕື່ມອີກ, ລວມເງິນລາງວັນການແຂ່ງຂັນ ທັງໜົດ 1 ຕື້ກວ່າກີບ.
ຂໍ້ມູນ+ຮູບ: ສຕລ