Vientiane Times Lao
ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອຈຸລະໂລກສາຍພັນໃໝ່ 2019

ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອຈຸລະໂລກສາຍພັນໃໝ່ 2019

ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະ ນະສຸກໄດ້ຈັດພິທີຖະແຫຼງຂ່າວ ມື້ວານນີ້ວັນທີ 12 ມີນາ 2020 ທີ່ກະຊວງສາທາລະນະສຸກ ເພື່ອລາຍງານສະພາບການລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ 2019 ( COVID-19) ​ແລະ ການກຽມຄວາມພ້ອມຂອງກະຊວງສາທາລະນະສຸກວ່າ: ປັດຈຸບັນທົ່ວໂລກມີລາຍງານກໍລະນີມີຜູ້ຕິດເຊື້ອພະຍາດດັ່ງກ່າວ ທັງໝົດ 124 ປະເທດ, ພົບກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ທັງໝົດມີ 126,367 ກໍລະນີ, ເສຍຊິວິດແລ້ວ 4,633 ກໍລະນີ ແລະ ປິ່ນປົວຫາຍ 68,304 ກໍລະນີ.

ສຳລັບ ສປປ ລາວ ກໍ່ມີກໍລະນີສົງສ ແລະ ໄດ້ເກັບຕົວຢ່າງມາກວດທັງໝົດ 64 ຄົນ ໃນນີ້ຜົນກວດຂອງ 62 ກໍລະນີ ແມ່ນຢັ້ງຢືນວ່າບໍ່ຕິດເຊື້ອພະຍາດດັ່ງກ່າວ ແລະ ຍັງອີກ 2 ກຳລັງ ລໍຖ້າຜົນກວດ.

ທ່ານ ດຣ ລັດຕະນະໄຊ ໄດ້ກ່າວຕື່ມວ່າ: ມີຄົນຕ່າງປະເທດຈຳນວນໜຶ່ງ ທີ່ເດີນທາງເຂົ້າມາປະເທດລາວ ໂດຍສາຍການບິນຫວຽດນາມ ທີ່ມີຄົນຕິດພະຍາດໃນຖ້ຽວບິນນັ້ນ, ກະຊວງສາທາລະນະສຸກໄດ້ມີການຕິດຕາມເກັບຕົວຢ່າງມາກວດ ແລະ ຜົນອອກມາແມ່ນບໍ່ພົບເຊື້ອພະຍາດ. ກະຊວງ ກໍ່ຍັງສືບຕໍ່ຕິດຕາມເຝົ້າລະວັງອາການ ແລະ ໃຫ້ຂໍ້ມູນຂ່າວສານຂອງບຸກຄົນເຫຼົ່ານີ້ ໃຫ້ແກ່ບ່ອນທີ່ພວກເຂົາເຈົ້າພັກເຊົາເຊັ່ນດຽວກັນ. ສະເພາະນັກສຶກສາລາວທີ່ກັບມາຈາກ ປະເທດ ຫວຽດນາມ ຈຳນວນ 6 ຄົນ, ສອງຄົນມີອາການຄ້າຍຄືໄຂ້ຫວັດ. ປະຈຸບັນ ທັງ 6 ຄົນ ມີສຸຂະພາບແຂງແຮງ ຜົນການເກັບຕົວຢ່າງມາກວດທັງໝົດແມ່ນບໍ່ພົບເຊື້ອພະຍາດ COVID-19, ແຕ່ພວກເຂົາເຈົ້າຍັງສືບຕໍ່ຢູ່ໃນລາຍຊື່ ການເຝົ້າລະວັງ ແລະ ຕິດຕາມອາການຈົນກ່ວາຈະຄົບກຳນົດ 14 ວັນ.

ອິງຕາມການລາຍງານຢືນຍັນຂອງ ທ່ານ ດຣ ລັດຕະນະໄຊ ກໍລະນີມີຂ່າວລືໃນສັງຄົມອອນລາຍທີ່ສ້າງຄວາມປັ່ນປ່ວນ ວ່າ: ນາງມາຍ ຫຼື ນາງ ໝາຍ ຕິດເຊື້ອພະຍາດນີ້ ແລະ ໄດ້ສົ່ງກັບຄືນ ນະຄອນປາກເຊ ແຂວງຈໍາປາສັກ ນັ້ນແມ່ນເປັນຂ່າວທີ່ບໍ່ມີມູນຄວາມຈິງ ແລະ ອີກຂ່າວລືໜຶ່ງ: ມີຄົນຫວຽດນາມ ທີ່ອາສຢູ່ ສວນຢາງ ເມືອງ ບາຈຽງ ແຂວງ ຈຳປາສັກ ຕິດເຊື້ອຈຸລະໂລກສາຍພັນໃໝ່ ກໍ່ແມ່ນຂ່າວລືທີ່ສ້າງຄວາມປັ່ນປ່ວນໃນສັງຄົມເທົ່ານັ້ນ.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໃຊ

Related Articles

Leave a Reply