Vientiane Times Lao
ສປປ ລາວ ເລັ່ງພັດທະນາກະສິກຳອິນຊີເພື່ອແຂ່ງຂັນ

ສປປ ລາວ ເລັ່ງພັດທະນາກະສິກຳອິນຊີເພື່ອແຂ່ງຂັນ

ພະນະງານຈາກກົມປຸກຝັງ ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ ກຳລັງປະຊຸມກັນກ່ຽວກັບກ່ຽວກັບການພັດທະນາກະສິກຳອິນຊີຢູ ສປປ ລາວ.

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການພັດທະນາກະສິກຳອິນຊີລາວຄັ້ງທີ 7 ໄດ້ຈັດຂຶ້ນ ວັນທີ 28-29 ພະຈິກ 2019  ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ການພັດທະນາສີຂຽວ: ຍຸດທະສາດແຫ່ງຊາດ ແລະ ການສ້າງຂີດຄວາມສາມາດ ໃນການແຂ່ງຂັນລະດັບສາກົນ”  ໄດ້ຈັດຂຶ້ນໃນກອງປະຊຸມຄັ້ງນີ້ ໄດ້ວາງຈຸດປະສົງເພື່ອກຳນົດທິດທາງແຜນການ ການພັດທະນາກະສິກໍາອິນຊີໃນຕໍ່ໜ້າ, ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານຜະລິດຕະພັນກະສິກຳອິນຊີລາວ ແລະ ເພື່ອສ້າງຄູ່ຮ່ວມການພັດທະນາ.

ການພັດທະນາ ກະສິກຳອິນຊີ ຢູ່ ສປປ ລາວ ແມ່ນອີງໃສ່ແຜນຍຸດທະສາດ 10 ປີ  ຍຸດທະສາດແຜນພັດທະນາກະສິກຳປີ 2025 ແລະ ວິໄສທັດ ປີ 2030 ຂອງ ກະຊວງ ກະສິກຳ ແລະ ປ່າໄມ້ ປີ 2015. ເປົ້າໝາຍລວມແຜນຍຸດທະສາດ 10 ປີ ແມ່ນເພີ່ມເນື້ອທີ່ການຜະລິດກະສິກຳອິນຊີ ທີ່ໄດ້ຮັບການຢັ້ງຢືນ ໃຫ້ກວມເອົາ 2% ຂອງເນື້ອທີ່ການຜະລິດກະສິກຳທັງໝົດ ພາຍໃນປີ 2025 ແລະ ສ້າງຕັ້ງຕະຫຼາດກະສິກຳອິນຊີ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ແຕ່ວ່າ ວິໄສທັດປີ 2030 ຍັງບໍ່ທັນໄດ້ກຳນົດເປົ້າໝາຍລະອຽດ.

ຂ່າວ: ບົວຜັນ

ພາບ: ຄຳພອນ

Related Articles

Leave a Reply