Vientiane Times Lao
ສະຫວັນນະເຂດໄດ້ຮັບຢາວັກຊີນຕ້ານໂຄວິດ-19 ຈຳນວນ 22.200 ໂດສ ເພື່ອສັກໃຫ້ກຸ່ມສ່ຽງສູງສຸດໃນຮອບທີ1 ຈໍານວນ 11.100 ຄົນ

ສະຫວັນນະເຂດໄດ້ຮັບຢາວັກຊີນຕ້ານໂຄວິດ-19 ຈຳນວນ 22.200 ໂດສ ເພື່ອສັກໃຫ້ກຸ່ມສ່ຽງສູງສຸດໃນຮອບທີ1 ຈໍານວນ 11.100 ຄົນ

ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງສະຫວັນນະເຂດໄດ້ເປີດຂະບວນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດໃຫ້ກຸ່ມເປົ້າໝາຍ ຫຼື ກຸ່ມສ່ຽງສູງສຸດຢູ່ພາຍໃນແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ທີ່ ໂຮງໝໍແຂວງສະຫວັນນະເຂດ ຊຶ່ງໄດ້ຮັບຢາວັກຊີນດັ່ງກ່າວຈຳນວນ 22.200 ໂດສ ເພື່ອສັກໃຫ້ກຸ່ມສ່ຽງດັ່ງກ່າວຈໍານວນ 11.100 ຄົນ (1 ຄົນ/2ເຂັມ), ການສັກຢາເຂັມທໍາອິດນີ້ແມ່ນຈະສໍາເລັດໃນວັນທີ 18 ກຸມພາ 2021 ທີ່ຈະມາເຖິງນີ້ ແລະ ຈະສືບຕໍ່ເຂັມ ທີ 2 ໃນວັນທີ 8 ເມສາ 2021 ນີ້.
 ທ່ານ ດຣ ແສງດາວ ໃຫ້ຮູ້ຕື່ມວ່າ: ແຂວງສະຫວັນນະເຂດເປັນແຂວງທີ່ໃຫຍ່ ແລະ ມີປະຊາກອນຫຼາຍກວ່າ 1 ລ້ານຄົນ, ເປັນແຂວງທີ່ມີຄວາມສ່ຽງສູງທີ່ອາດກໍ່ໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າປະຊາຊົນສ່ວນຫຼາຍແມ່ນໄປເຮັດວຽກຢູ່ຕ່າງປະເທດໂດຍສະເພາະຢູ່ປະເທດໄທທີ່ຍັງມີການແຜ່ລະບາດຂອງພະຍາດດັ່ງກ່າວເປັນວົງກວ້າງ ຊຶ່ງປະຈຸບັນນີ້ມີແຮງງານລາວກັບມາແຂວງສະຫວັນນະເຂດຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນແຕ່ລະວັນປະມານ 100 ຄົນ/ວັນ.

ຂ່າວ-ພາບ: ສພຂ

Related Articles

Leave a Reply