ພະແນກສາທາລະນະສຸກ ແຂວງດຽນບຽນ ສສ ຫວຽດນາມໄດ້ມອບອຸປະກອນການແພດເພື່ອ ປ້ອງກັນ ພະຍາດໂຄວິດ-19 ຊຶ່ງປະກອບມີ ຜ້າອັດ ປາກ – ດັງ ຈໍານວນ 32.000 ອັນ, ຊຸດແພດປ້ອງກັນ ແລະ ຄວບຄຸມ ພະຍາດລະບາດ ຈໍານວນ 300 ຊຸດ, ນ້ຳຢາລ້າງມືຂ້າເຊື້ອ ຈຳນວນ 200 ລິດ ໃຫ້ 6 ແຂວງພາກເໜືອຂອງ ລາວ ລວມມີ ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ ໂດຍຈະມີການແຈກຢາຍອຸປະກອນການແພດດັ່ງກ່າວໃຫ້ເທົ່າທຽມ ກັນໃນແຕ່ລະແຂວງ.
ພິທີມອບ-ຮັບອຸປະກອນການເເພດດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫຼັກໝາຍຊາຍແດນ 113, ດ່ານສາກົນເຕີຍຈາງ – ປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ, ຕາງໜ້າຝ່າຍແຂວງດຽນບຽນ ສສ ຫວຽດນາມ ມອບໂດຍທ່ານ ຝາມຢາງນາມ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກ ແຂວງດຽນບຽນ ແລະ ຕາງໜ້າຝ່າຍລາວ ແມ່ນມີຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກ ຈາກ 6 ແຂວງດັ່ງກ່າວເປັນຜູ້ຮັບ.
ຂ່າວ-ພາບ: ແສງອາທິດ