Vientiane Times Lao
ຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈຳນວນ 5 ຊະນິດ

ຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈຳນວນ 5 ຊະນິດ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນໃຫ້ຮູ້ວ່າ: ແຂວງຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໊ອບ) ຫຼື ມີກາໝາຍໂອດ໊ອບແຫ່ງຊາດ ຈຳນວນ 5 ຊະນິດ ປະກອບມີ: ແຈ່ວປາບ້ຳຊຳເໜືອ, ເຫຼົ້າຂາວຍອດຊຳ ເມືອງຊຳເໜືອ, ຜະລິດຕະພັນໂພໄຊວາຍ ເມືອງວຽງໄຊ, ຫັດຖະກຳຈັກສານໄມ້ປ່ອງແອບເຂົ້ານ້ອຍ ບ້ານປຸ່ງ-ນາຄາວ ເມືອງວຽງໄຊ ແລະ ຫັດຖະກຳຈັກສານໄມ້ ປ່ອງ ແອບເຂົ້າບ້ານນາຍົມ ເມືອງສົບເບົາ.
 ເພື່ອເປັນການສົ່ງເສີມສິນຄ້າດັ່ງກ່າວໃຫ້ສັງຄົມໄດ້ຮັບຮູ້ ແລະ ເປັນການສົ່ງເສີມການທ່ອງທ່ຽວໃນ ຍຸກລາວທ່ຽວລາວ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນໄດ້ເປີດງານຕະຫຼາດນັດ ວາງສະ ແດງ ແລະ ຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ໂອດ໊ອບ ປະຈຳປີ 2021 ເປັນເວລາ 10 ວັນ ນັບແຕ່ວັນທີ 25 ມີນາ ຫາ 3 ເມສາ 2021ນີ້ ໂດຍພິທີເປີດງານດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ເດີ່ນຫໍວັດທະນະທຳແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ.
ທ່ານ ນາງ ພອນວັນ ອິນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ກ່າວວ່າ: ງານດັ່ກ່າວນີ້ ຈະເປັນການຊຸກຍູ້ຂະບວນການຜະລິດເປັນສິນຄ້າໃຫ້ມີຄວາມຫຼາກຫຼາຍ, ມີຄຸນນະພາບແນໃສ່ສ້າງລາຍຮັບໃຫ້ແກ່ຜູ້ຜະລິດໂດຍກົງ, ທັງເປັນການຍົກລະດັບ, ບົດບາດຂອງສິນຄ້າໂອດ໊ອບຂອງແຂວງຫົວພັນ ໃຫ້ເປັນທີ່ຮູ້ຈັກຂອງຜູ້ຊົມໃຊ້, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. 

ຂ່າວ-ພາບ: ໄອແກ້ວ

Related Articles

Leave a Reply