Vientiane Times Lao
‘‘ຫຼວງພະບາງ ຮາຮາຮາ’’ ກິດຈະກໍາດີໆເພື່ອເນັ້ນດຶງດູດນັກທ່ອງທ່ຽວໃນຍຸກລາວທ່ຽວລາວ

‘‘ຫຼວງພະບາງ ຮາຮາຮາ’’ ກິດຈະກໍາດີໆເພື່ອເນັ້ນດຶງດູດນັກທ່ອງທ່ຽວໃນຍຸກລາວທ່ຽວລາວ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງໄດ້ເປີດກິດຈະກໍາສົ່ງເສີມ ການທ່ອງທ່ຽວທີ່ມີຊື່ວ່າ ‘‘ຫຼວງພະບາງ ຮາຮາຮາ’’ (ຫຼວງພະບາງ 555) ເພື່ອເປັນການດຶງດູດນັກ ທ່ອງທ່ຽວຄົນລາວມາທ່ຽວຊົມແຫຼ່ງທ່ອງທ່ຽວພາຍໃນແຂວງຫຼວງພະບາງ ໃນຍຸກລາວທ່ຽວລາວ(Lao Visit Laos) ຫຼື ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານດຣ ສຸດາພອນ ຄົມທະວົງ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫຼວງພະບາງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ກິດຈະກໍາສົ່ງເສີມການທ່ອງທ່ຽວທີ່ມີຊື່ວ່າ ຫຼວງພະບາງ ຮາຮາຮາ ແມ່ນເນັ້ນໂຄສະນາແຫຼ່ງທ່ອງທ່ຽວຕ່າງໆພາຍໃນແຂວງໃຫ້ສັງຄົມໄດ້ຮັບຮູ້ ໂດຍຜ່ານສື່ສິ່ງພີມ ແລະ ສື່ສັງຄົມອອນລາຍຕ່າງໆ ແລະ ເລັ່ງໃສ່ປັບປຸງສິ່ງ ອຳນວຍຄວາມສະດວກໃນສະຖານທີ່ທ່ອງທ່ຽວເຊັ່ນ: ການເພີ່ມຂໍ້ມູນຂ່າວສານເພີ່ມເຕີມຢູ່ສູນຂ່າວສານຕາມສະຖານທີ່ທ່ອງທ່ຽວທີ່ຍັງບໍ່ມີ ແລະ ປັບປຸງລະບົບຂໍ້ມູນຂ່າວສານດ້ານການທ່ອງທ່ຽວໃຫ້ນັກທ່ອງທ່ຽວສາມາດເຂົ້າເຖິງໄດ້ງ່າຍ. ຂະບວນການຫຼວງພະບາງ 555 ແມ່ນເອົາຊື່ມາຈາກພູຫ້າ, ແມ່ນໍ້າຫ້າສາຍ ແລະ  ພູ 5 ໜ່ວຍທີ່ມີຢູ່ໃນແຂວງຫຼວງພະບາງ. ເຊື່ອວ່າການເປີດຂະບວນການ ຫຼວງພະບາງ 555 ຈະເປັນສ່ວນໜຶ່ງໃນການກະຕຸ້ນການທ່ອງທ່ຽວ ຫຼື ນັກທ່ອງທ່ຽວເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວພາຍໃນແຂວງຫຼວງພະບາງໃຫ້ກັບມາຄຶກຄຶ້ນໃນຍຸກລາວທ່ຽວລາວ.
ປີ 2020 ທີ່ຜ່ານມາແຂວງຫຼວງພະບາງມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວທັງໝົດ 275.647 ຄົນໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 142.435 ຄົນ, ຫຼຸດລົງ 68 % ທຽບໃສ່ ປີ 2019.

Related Articles

Leave a Reply