Vientiane Times Lao
ອີກ 5 ປີຂ້າງໜ້າ, ພຶດກະສິກໍາຂອງລາວຈະມີ ຕະຫຼາດຮອງຮັບແບບຖາວອນ

ອີກ 5 ປີຂ້າງໜ້າ, ພຶດກະສິກໍາຂອງລາວຈະມີ ຕະຫຼາດຮອງຮັບແບບຖາວອນ

ທ່ານ ລັດຖະມົນຕີ  ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນ, ລາວ-ຈີນ ໄດ້ສຳເລັດອະນຸສັນຍາສອງຝ່າຍ ຊຶ່ງສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ມີ 7 ຊະນິດພືດແລ້ວ ຊຶ່ງປະກອບມີ ສາລີ, ມັນຕົ້ນ, ກ້ວຍ, ເຂົ້າສານ, ໝາກໂມ, ມັນດ້າງ, ພືດຕະກູນຖົ່ວ. ນອກຈາກນີ້ກະຊວງ ກະສິກໍາ ແລະ ປ່າໄມ້, ຍັງສຳເລັດການຮ່າງອະນຸສັນຍາ ເພື່ອລໍຖ້າເຊັນລົງນາມ ໃນການສົ່ງພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ ຕື່ມອີກ 6 ຊະນິດພືດປະກອບມີ ໝາກຜຸກ, ໝາກກ້ຽງ, ໝາກນາວ, ໝາກໜ໊ອດ, ພືດເປັນຢາ, ໃບໝາກຕູມແຫ້ງ. ແຕ່ນີ້ ຮອດປີ 2025 ແມ່ນຈະສືບຕໍ່ເຈລະຈາທາງດ້ານເຕັກນິກເປີດຕະຫຼາດກັບ ສປ ຈີນ ຫຼາຍກວ່າ 90 ລາຍການພືດ.າຍຄວາມວ່າ ຖ້າ ສປປ ລາວ ບັນລຸເຈລະຈາທາງດ້ານເຕັກນິກເປີດຕະຫຼາດກັບ ສປ ຈີນ ກ່ຽວກັບ ພືດຫຼາຍກວ່າ 90 ຊະນິດນັ້ນ ຊາວສວນລາວ ຫຼື ຊາວກະສິກອນລາວ ທີ່ປູກພຶດກະສິກໍາ ຈະບໍ່ມີຄວາມກັງວົນເລື່ອງຕະຫຼາດອີກຕໍ່ໄປ ເພາະມີຕະຫຼາດຈີນຮອງຮັບແລ້ວ.

ຜ່ານມາ ລາວ-ຈີນ ກໍ່ໄດ້ສຳເລັດການເຊັນສັນຍາຊື້-ຂາຍ ເຂົ້າ 20.000ໂຕນ ແລະ ສືບຕໍ່ສົ່ງອອກ ເຂົ້າ 50 ພັນໂຕນ ໃນອະນາຄົດ, ນອກນັ້ນຍັງມີການ ສົ່ງງົວໄປປະເທດຈີນນໍາອີກ.

ຂໍ້ມູນ-ພາບ: ເສດຖະກິດການຄ້າ

Related Articles

Leave a Reply