Visit BigblueAgency
ອຸດົມໄຊຈະເພີ່ມລົດໄຟຟ້າຂົນສົ່ງໂດຍສານ ພາຍໃນເທດສະບານເມືອງໄຊ

ອຸດົມໄຊຈະເພີ່ມລົດໄຟຟ້າຂົນສົ່ງໂດຍສານ ພາຍໃນເທດສະບານເມືອງໄຊ

ບໍລິສັດລົດໄຟຟ້າອຸດົມໄຊ (Electric Bus Oudomxay) ມີແຜນຈະເພີ່ມລົດໄຟຟ້າອີກຈຳນວນ 10 ຄັນ ເພື່ອມາບໍລິການຂົນສົ່ງຜູ້ໂດຍສານທີ່ເດີນທາງມາທ່ຽວເທດສະບານເມືອງໄຊ ແຂວງອຸດົມໄຊ.

ທ່ານ ດາວວຽງ ກິຕະດາວັນ ຜູ້ອຳນວຍການບໍລິສັດລົດໄຟຟ້າອຸດົມໄຊ ກ່າວວ່າ: ລົດໄຟຟ້າອຸດົມໄຊໄດ້ເປີດບໍລິການມາແຕ່ທ້າຍປີ 2017 ເຊີ່ງປັດຈຸບັນທາງບໍລິສັດມີລົດໄຟຟ້າພຽງແຕ່ 5 ຄັນທີ່ໃຫ້ບໍລິການຂົນສົ່ງຜູ້ໂດຍສານພາຍໃນເທດ ສະບານເມືອງໄຊ. 

ຫວ່າງມໍ່ໆມານີ້, ພວກເຮົາໄດ້ມີການເປີດບໍລິການຂົນສົ່ງຜູ້ໂດຍສານຈາກສະຖານີລົດໄຟຄວາມໄວສູງແຂວງມາຫາເທດສະບານເມືອງໄຊອີກ ເຊີ່ງລາຄາແມ່ນ 5.000 ກີບຕໍ່ຄົນ ແລະ ເຂດນອກເທດສະບານແມ່ນ 10.000 ກີບຕໍ່ຄົນ.

ແຕ່ຍ້ອນການເພີ່ມຂື້ນຂອງຜູ້ໂດຍສານທີ່ເດີນທາງມາແຂວງອຸດົມໄຊ ໂດຍໃຊ້ລົດໄຟຄວາມໄວສູງດັ່ງກ່າວ ທາງບໍລິສັດຈຶ່ງມີແຜນເພີ່ມລົດໄຟຟ້າອີກຈຳນວນ10

ຄັນ ລວມເປັນ 15ຄັນ ເພື່ອນຳໃຊ້ບໍລິການຜູ້ໂດຍສານ.

ທ່ານ ດາວວຽງ ກ່າວອີກວ່າ ອຸດົມໄຊເປັນແຂວງທຳອິດທີ່ນຳໃຊ້ລົດໄຟຟ້າຂົນສົ່ງຜູ້ໂດຍສານ ໂດຍບໍລິສັດເອກະຊົນ ເຊີ່ງເປັນການບໍລິການຂົນສົ່ງໃໝ່ ແລະ ເປັນມິດກັບສີ່ງແວດລ້ອມ ແລະ ຍັງເປັນການຊ່ວຍກະຕຸ້ນການທ່ອງທ່ຽວຂອງແຂວງຕື່ມອີກ.

Related Articles

Leave a Reply