Vientiane Times Lao
ອຸບັດເຫດຕາມທ້ອງຖະໜົນຢູ່ທົ່ວປະເທດມີທ່າອ່ຽງເພີ່ມຂຶ້ນ

ອຸບັດເຫດຕາມທ້ອງຖະໜົນຢູ່ທົ່ວປະເທດມີທ່າອ່ຽງເພີ່ມຂຶ້ນ

ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສະ ເພາະເດືອນມັງກອນ 2021 ຜ່ານມານີ້ມີຜູ້ເສຍຊີວິດ 106 ຄົນ, ລວມມູນຄ່າຄວາມເສຍຫາຍທັງໝົດ 11 ຕື້ກ່ວາກີບ, ສ່ວນສາເຫດແມ່ນຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ຍັງເກີດຂຶ້ນຈໍານວນຫຼາຍ.

ອີງ​ຕາມ​ການ​ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນມັງກອນ 2021 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ ຊາບ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ສະເພາະເດືອນມັງກອນ 2021 ຜ່ານມານີ້, ມີຈຳນວນອຸບັດເຫດເຫດເກີດຂຶ້ນທັງໝົດ 713 ກໍລະນີ, ມີຜູ້ບາດເຈັບ 1076 ຄົນ ແລະ ພາຫະນະເປ່ເພ 1.286 ຄັນ.

ການເກີດອຸບັດເຫດສ່ວນຫຼາຍ ຂັບ​ຂີ່​ໄວ​ເກີນ​ກຳ­ນົດ ແຊງ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ ແລະ ອື່ນໆ, ຮ້າຍແຮງກວ່ານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ​ຂັບຂີ່ລົດໄວ.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄພ

Related Articles

Leave a Reply