Vientiane Times Lao
ອົງການອາຫານໂລກ ແລະ ກະຊວງສາທາລະນະສຸກສືບຕໍ່ຮ່ວມມືຊ່ວຍອາຫານໃຫ້ແກ່ຜູ້ອອກແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ

ອົງການອາຫານໂລກ ແລະ ກະຊວງສາທາລະນະສຸກສືບຕໍ່ຮ່ວມມືຊ່ວຍອາຫານໃຫ້ແກ່ຜູ້ອອກແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ

ອົງການອາຫານໂລກ ແລະ ກະຊວງສາທາລະນະສຸກ ໄດ້ສືບຕໍ່ຂະຫຍາຍການຮ່ວມມືໃນການສະໜັບສະໜູນຊ່ວຍອາຫານໃຫ້ແກ່ຜູ້ອອກແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈໍາກັດບໍລິເວນ ຢູ່ໃນນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ສະຫວັນນະເຂດ, ຈໍາປາສັກ ແລະ ໄຊຍະບູລີ.

ໂດຍ ບັນດາຜູ້ອອກແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ປະມານ 10,000 ຄົນ (ເປັນຍິງ 4,900 ຄົນ)

ທີ່ພັກອາໄສຢູ່ໃນສູນຈໍາກັດບໍລິເວນຂອງລັດຖະບານ ແມ່ນຈະໄດ້ຮັບອາຫານທີ່ມີໂພຊະນາການ ມື້ໜຶ່ງ 3 ຄາບ ປະມານ 100 ວັນ ຊຶ່ງເປັນການຊ່ວຍປ້ອງກັນການເຈັບປ່ວຍ, ຮັກສາສຸຂະພາບ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ລວມທັງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງເຂົາເຈົ້າ ແລະ ຄອບຄົວ ໃນໄລຍະຈໍາກັດບໍລິເວນ.

ການຮ່ວມມືຄັ້ງນີ້ ແມ່ນການຊ່ວຍເຫຼືອ ຍຸດທະສາດ ການປ້ອງກັນ ແລະ ຄວບຄຸມ ພະຍາດ ໂຄວິດ-19 ຂອງລັດຖະບານ ແລະ ຫຼຸດຜ່ອນຄວາມສ່ຽງ ການເກີດລະບາດຂອງພະຍາດ ໂຄວິດ-19.

ພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນວັນທີ 6 ເມສາ 2021 ຜ່ານມານີ້ ທິ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ອົງການອາຫານໂລກ ປະຈໍາ ສປປລາວ ແລະ ທ່ານ ດຣ ບູນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຊຶ່ງການຊ່ວຍເຫຼືອຄັ້ງນີ້ ລວມມູນຄ່າ 1 ລ້ານໂດລາສະຫະລັດອາເມລິກາ.

ຂ່າວ: ວຽງຈັນທາຍ

ຮູບ: ເພັດໂພໄຊ

Related Articles

Leave a Reply