Visit BigblueAgency
ອົງ​ການ​ພັດ​ທະ​ນາລຸກ​ຊຳ​ບວກ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້ໂຮງໝໍແຂວງບໍ່ແກ້ວ

ອົງ​ການ​ພັດ​ທະ​ນາລຸກ​ຊຳ​ບວກ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້ໂຮງໝໍແຂວງບໍ່ແກ້ວ

ອົງການພັດທະນາປະເທດລຸກຊຳບວກ ປະຈຳລາວໄດ້ມອບເຄື່ອງອຸປະກອນການແພດ ຈຳນວນ 23 ລາຍການໃຫ້​ໂຮງ​ໝໍ​ແຂວງ​ບໍ່​ແກ້ວ ຊຶ່ງ​ປະ​ກອບ​ມີອົກຊີ 20 ເຄື່ອງ, ລໍ້ຍູ້ຊະນິດນັ່ງ 2 ອັນ, ລໍ້ຍູ້ຊະນິດນ້ອຍ 2 ອັນ, ຕຽງນອນຄົນເຈັບ 5 ໜ່ວຍ, ຖົງມືປ້ອງ​ກັນ​ເຊື້ອ 500 ອັນ, ຖົງມືທຳມະດາ 1.000 ອັນ, ຜ້າຢາງປູຕຽງ 2 ຜືນ, ແອຮກໍຮໍ 75% ຈຳນວນ100 ກ່ອງ, ​ຊົບໝອນຢ່າງ 20 ໜ່ວຍ, ເຄື່ອງພົ່ນຂ້າເຊື້ອ 2 ເຄື່ອງ, ​ຊົບໝອນຄົນເຈັບ 50 ອັນ, ໝວກເຈ້ຍ1.000 ອັນ, ເຄື່ອງແທກຕັງຊົງດີຈີຕອນ 20 ອັນ, ບາລອດດີຈີຕອນ 30 ອັນ, ບັ້ງອົກຊີ ພ້ອມອົກຊີ 10 ຖັງ, ເຈວເອຮກໍຮໍ 100 ກ່ອງ, ຜ້າຫົ່ມຄົນເຈັບ 10 ຜືນ, ຜ້າເສື່ອ 10 ຜືນ, ມຸ້ງ 30ຜືນ, ຜ້າປູຕຽງຄົນເຈັບ 50 ຜືນ, ໜ້າກາກ 100 ອັນ ແລະ ຖັງໃສ່ຂີ້ເຫຍື້ອຕິດເຊື້ອ 5 ໜ່ວຍ.

ພິ​ທີມອບ​ອຸ​ປະ​ກອນ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ເມື່ອ​ມໍ່ໆ​ມາ​ນີ້ ທີ່​ໂຮງ​ໝໍ​ແຂວງ​ບໍ່​ແກ້ວ ກ່າວມອບ​ໂດຍ ທ່ານ ແຟຣງ ຊິກມູນ ຫົວໜ້າທີ່ປຶກສາສາກົນປະຈຳແຜນງານ ລາວ/030  ແລະ ​ກ່າວຮັບ ທ່ານ ດຣ ຄຳສິນ ພົມມະຫານ ອຳນວຍການໂຮງໝໍແຂວງບໍ່ແກ້ວ ໂດຍ​ເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານຂອງ ທ່ານ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19.

ຂ່າວ-ພາບ: ຄຳພັນ

Related Articles

Leave a Reply