ລັດຖະບານອົດສະຕຣາລີ ໂດຍຜ່ານມູນນິທິ ເຟຣດໂຮໂລ (Fred Hollows) ປະຈຳລາວ ໄດ້ມອບອຸປະກອນການແພດເພື່ອປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ປະກອບມີ ເສື່ອນອນຄົນເຈັບ, ຕຽງພັບ, ຕຽງນອນຄົນເຈັບແບບມາດຕະຖານ, ຜ້າອັດປາກ-ດັງ, ເຈວລ້າງມື, ຊຸດແພດໝໍປ້ອງກັນເຊຶ້ອ PPE, ເຄື່ອງກວດວັດແທກອຸນຫະພູມຮ່າງກາຍ ແລະ ເຫຼົ້້າຂ້າເຊື້ອ.
ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ກະຊວງສາທາລະນະສຸກ, ຕາງໜ້າລັດຖະບານອົດສະຕຣາລີກ່າວມອບໂດຍ ທ່ານ ນາງ ເຈນ ແຊັນເລີ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ກ່າວຮັບ ໂດຍ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ຂໍ້ມູນ-ພາບ: ສູນຂ່າວສານການແພດ