ເຈົ້າໜ້າທີ່ຈັບແອັດມິນຕອບແຊັດເວັບພະນັນອອນລາຍ 67 ຄົນ

ເຈົ້າໜ້າທີ່ຈັບແອັດມິນຕອບແຊັດເວັບພະນັນອອນລາຍ 67 ຄົນ

ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງ ຕອບແຊັດເວັບພະນັນອອນລາຍ ຢູ່ 2 ຈຸດສາມາດກັກຕົວແອັດມິນຕອບ ແຊັດເວບພະນັນອອນລາຍ ເປັນຄົນໄທ ຈໍານວນ 67 ຄົນ (ຍິງ 36 ຄົນ.

ຈຸດທີ 1 ບຸກກວດຄົ້ນຕຶກ 4 ຊັ້ນ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຈົ້າຂອງຊື່ ນາງ ສຸສະດາ ໄຊຍະບຸນຊູ ປະຊາຊົນຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງ ວຽງຈັນ, ໂດຍກຸ່ມຜູ້ຖືກຫາ ໄດ້ເຊົ່າ ເປັນບ່ອນເຄື່ອນໄຫວຕອບແຊັດເວັບ ພະນັນອອນລາຍ.

ຈຸດທີ 2 ຢູ່ໂຮງແຮມໂງ່ນຊັບ ຕັ້ງຢູ່ບ້ານ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍພວກ ຖືກຫາໄດ້ໃຊ້ເປັນບ່ອນພັກເຊົາ.

ຜ່ານການກວດຄົ້ນພົບເຫັນອຸປະກອນທີ່ໃຊ້ເຂົ້າໃນການເຄື່ອນໄຫວຕອບແຊັດເວັບພະນັນອອນລາຍ, ມີຄອມພິວເຕີຕັ້ງໂຕະ ຈໍານວນ 46 ຊຸດ, ໂທລະສັບມືຖື 133 ໜ່ວຍ, ຊຸດໂຕະ 4 ໜ່ວຍຕິດກັນ ຈໍານວນ 8 ຊຸດ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສອບສວນ ແລະ ກຽມສົ່ງຕົວພວກຖືກຫາ ໃຫ້ທາງການໄທນຳຕົວໄປດຳເນີນຄະດີ.

ປະຊົນຊົນທ່ານໃດຮູ້ເບາະແສກຸ່ມຄົນທີ່ເຄືອນໄຫວຜິດກົດໜາຍສາມາດແຈ້ງເຂົ້າ ເພສກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ທີ່ມາ: ຄວາມສະຫງົບ

 

Related Articles

Leave a Reply