ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເມື່ອວັນທີ 26 ພຶດສະພາ 2021 ທີ່ຜ່ານມານີ້ ໄດ້ກັກຕົວຜູ້ຕ້ອງຫາຄ້າຂາຍຢາເສບຕິດປະເພດຢາບ້າ 2 ຄົນ ຊຶ່ງທັງສອງເປັນຜົວເມຍກັນ ຊື່ທ້າວ ສົມລີເລົາ ຫຼື ຕົວ ອາຍຸ 39 ປີ ສັນຊາດລາວ ແລະ ນາງ ໄກຊົງ ອາຍຸ 32 ປີ ສັນຊາດລາວ ປະຈຸບັນຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜະລິດຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງ.
ຂອງກາງທີ່ກວດພົບ ແລະ ຢຶດໄດ້ປະກອບມີຢາບ້າ 549 ມັດ ເທົ່າກັບ 1.098.000 ເມັດ ນໍ້າໜັກ 130,5 ກິໂລກຣາມ, ແປ້ງຝຸ່ນສີຂາວ 48 ເປົາ ນໍ້າໜັກ 1.200 ກິໂລກຣາມ, ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 25 ລູກ, ໝື້ໝາກຟ່າ 5 ຫຼອດ ນໍ້າໜັກ 1 ກິໂລກຣາມ, ເງິນບາດໄທ 1.339.000 ບາດ, ເງິນກີບ 90.000.000 ກີບ, ສາຍແຂນສີເຫຼືອງຄ້າຍຄືຄຳ 1 ເສັ້ນ ນໍ້າໜັກ 149,4 ກຣາມ, ແຫວນມືສີເຫຼືອງຄ້າຍຄືຄຳ 1 ວົງ ນໍ້າໜັກ 29,6 ກຣາມ, ໃບຕາດິນຂອບທອງ 4 ໃບ, ປຶ້ມບັນຊີເງິນຝາກ 4 ຫົວ, ໂທລະສັບ 1 ໜ່ວຍ, ລົດກະບະຣີໂວສີຂາວ ປ້າຍທະບຽນ ຣຫ 5689 ກຳແພງນະຄອນ 1 ຄັນ, ລົດປຣາໂດສີຂາວມຸກ ປ້າຍທະບຽນ ວຣ 6789 ກຳແພງນະຄອນ 1 ຄັນ.
ປັດຈຸບັນນີ້ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ກໍາລັງຢູ່ໃນຂັ້ນຕອນການສືບສວນ-ສອບສວນເພື່ອຫາແຫຼ່ງທີ່ມາຂອງຢາເສບຕິດດັ່ງກ່າວ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີ.
ຂໍ້ມູນ-ພາບ: ປກສ ແຂວງອຸດົມໄຊ