Vientiane Times Lao
ເມືອງໄຊຍະບູລີ ປະກາດ 14 ຫ້ອງການເປັນກົມກອງວັດທະນະທຳ

ເມືອງໄຊຍະບູລີ ປະກາດ 14 ຫ້ອງການເປັນກົມກອງວັດທະນະທຳ

 ອໍານາດການປົກຄອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ 14 ຫ້ອງ ການເປັນກົມກອງວັດທະນະທຳ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ແຂວງໄຊຍະບູລີ.
 ທ່ານ ຂັນທອງ ວິໄລສັກ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ກ່າວໃນພິທີດັ່ງກ່າວວ່າ: ເມືອງໄຊຍະບູລີ ມີກົມກອງທັງໝົດ 29 ກົມກອງ ຊຶ່ງເຄື່ອນໄຫວຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງອົງຄະນະພັກເມືອງ. ກ່ອນທີ່ຈະປະກາດ 14 ຫ້ອງການຂຶ້ນເປັນກົມກອງວັດທະນະທຳໄດ້ປະຕິບັດທັງໝົດຕາມ 5 ບາດກ້າວ, ຜ່ານການປະເມີນຕາມ 6 ມາດຖານໃນການ ສ້າງຄົນ, 4 ມາດຖານໃນການສ້າງກົມກອງວັດທະນະທໍາແມ່ນເຫັນວ່າ 14 ກົມກອງ ແມ່ນຄົບຕາມເງື່ອນໄຂມາດຖານຄົບຖ້ວນຊຶ່ງປະກອບມີ: ຫ້ອງການຄະນະໂຄສະນາອົບຮົມເມືອງ, ຫ້ອງການຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ, ຫ້ອງການສະຫະພັນນັກຮົບເກົ່າເມືອງ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ອົງການກາແດງເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ສານປະຊາຊົນເຂດ I ແຂວງໄຊຍະບູລີ, ອົງການໄອຍະການປະຊາຊົນເຂດ I ແຂວງໄຊຍະບູລີ ແລະ ກອງບັນຊາການ ປກສ ເມືອງ.

ຂ່າວ-ພາບ: ສົມພົງ ສີສະຫັວດ

Related Articles

Leave a Reply