ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເນັ້ນໃຫ້ໃນຄະນະພັກຊຸດໃໝ່ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VII ທີ່ໄດ້ປິດລົງມື້ວັນທີ 29 ຕຸລາທີ່ຜ່ານມາວ່າ: ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ, ຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນເປັນສໍາຄັນ, ພ້ອມກັນ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນຫົວໜ່ວຍຍຸດທະສາດທີ່ເຂັ້ມແຂງ, ເປັນສູນກາງການເມືອງຂອງປະເທດ (ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ຄວາມອັດສະລິຍະ, ວິທະຍາສາດເຕັກໂນໂລຊີ, ການເຊື່ອມໂຍງກັບສາກົນ ແລະ ເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ), ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃນເທສະບານເປັນຄຸ້ມບ້ານໜ້າຢູ່, ສ້າງບ້ານໃນເຂດຊານເມືອງເປັນບ້ານພັດທະນາ ແລະ ກາຍເປັນຊົນນະບົດໃໝ່ ທີ່ມີພື້ນຖານຫັນເປັນຕົວເມືອງໃນອະນາຄົດ.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວຕື່ມວ່າ: ຕ້ອງສ້າງເມືອງໜ້າຢູ່ ໃຫ້ບັນລຸ 3 ຕົວຊີ້ວັດ ຄື: ສ.ສະຫງົບສຸກ, ສ.ສະອາດ, ສ.ສີຂຽວ ແລະ ແກ້ໄຂຄວາມດ້ອຍພັດທະນາດ້ານພື້ນຖານໂຄງລ່າງໃນເທສະບານ ໃຫ້ໄດ້ໂດຍພື້ນຖານ, ແກ້ໄຂ, ຈັດສັນຄວາມເປັນລະບຽບຮຽບຮ້ອຍດ້ານທີ່ຢູ່ອາ ໄສ, ຊຸມຊົນແອອັດ ແລະ ດ້ານການຈະລາຈອນໃນຕົວເມືອງ ແລະ ຊານເມືອງ, ເອົາໃຈໃສ່ສ້ອມແປງ ແລະ ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ-ຂົນສົ່ງ ທາງບົກ ແລະ ລະບົບໄປສະນີ ໂທລະຄົມມະນາຄົມ ໃຫ້ມີຄຸນນະພາບດີຂຶ້ນ, ພ້ອມທັງໃຫ້ສຸມໃສ່ພັດທະນາເສດຖະກິດຂອງ ນະຄອນຫຼວງວຽງຈັນ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແຜນງານ ແລະ ໂຄງການໃຫຍ່ລະດັບຊາດ ເປັນຕົ້ນ: ໂຄງການທາງລົດໄຟ, ໂຄງການທາງດ່ວນ.
ຂ່າວ: ທະນູທອງ
ພາບ: ເກດສະໜາ