Visit BigblueAgency
ເສັ້ນທາງພູເກົ້າຫຼັກບາງບໍລິສັດປະກັນໄພບໍ່ຈ່າຍຄ່າຄຸ້ມຄອງຕໍ່ການເກີດອຸປະຕິເຫດ

ເສັ້ນທາງພູເກົ້າຫຼັກບາງບໍລິສັດປະກັນໄພບໍ່ຈ່າຍຄ່າຄຸ້ມຄອງຕໍ່ການເກີດອຸປະຕິເຫດ

ເສັ້ນທາງພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ ມີຄວາມຍາວປະມານ 65 ກິໂລແມັດ ເປັນເສັ້ນທາງພຽງເສັ້ນດຽວຢູ່ ສປປ ລາວ ທີ່ບາງບໍລິສັດປະກັນໄພ ຫ້າມລົດໂດຍສານທີ່ມີປະກັນໄພນໍານັ້ນແລ່ນ ເປັນຕົ້ນ ລົດເມ ຫຼື ສາມາດແລ່ນໄດ້ແຕ່ໃນເມື່ອມີກໍລະນີເກີດ ອຸບັດເຫດບໍລິສັດປະກັນໄພຈະບໍ່ມີການຈ່າຍຄ່າຄຸ້ມຄອງ ຫຼື ຊົດເຊີຍໃດໆ. ເພາະເປັນເສັ້ນທາງ ທີ່ມີຄວາມສ່ຽງສູງຕໍ່ການເກີດອຸບັດເຫດຍ້ອນວ່າເປັນເສັ້ນທາງຄົດລ້ຽວຊຶ່ງບາງຈຸດຄົດລ້ຽວທົບສອກ ແລະ ເປັນເສັ້ນທາງທີ່ມີຄ້ອຍຊັນລົງ ຫຼື ຂຶ້ນຄ້ອຍຍາວເຖິງ 9 ກິໂລແມັດ.
ເສັ້ນທາງດັ່ງກ່າວຜູ້ຂັບຂີ່ຕ້ອງໄດ້ລະມັດລະວັງສຸດຂີດຍ້ອນວ່າຂຶ້ນຄ້ອຍໄປຕາມເນີນພູ, ສັນພູ ແລະ ລົງຫ້ວຍ. ຖ້ານັກຂັບຂີ່ທ່ານໃດບໍ່ ຊໍານິຊໍານານທາງ, ບໍ່ມີປະສົບການໃນການຂັບລົດ ແລະ ສະພາບລົດບໍ່ດີກໍ່ອາດຈະເກີດອຸບັດເຫດໄດ້ທຸກເວລາ ແຕ່ຖ້າຄ່ອຍໄປຄ່ອຍມາກໍ່ຈະສາມາດປ້ອງກັນອຸບັດເຫດໄດ້.

 ຂ່າວ: ວຽງຈັນທາຍ

Related Articles

Leave a Reply