Vientiane Times Lao
ແຂວງໄຊຍະບູລີໄດ້ຮັບຜົນກະທົບໜັກກວ່າແຂວງອື່ນໆຈາກນໍ້າຖ້ວມ

ແຂວງໄຊຍະບູລີໄດ້ຮັບຜົນກະທົບໜັກກວ່າແຂວງອື່ນໆຈາກນໍ້າຖ້ວມ

ພຽງຕົ້ນລະດູຝົນເທົ່ານັ້ນ​ 4 ແຂວງຂອງລາວໄດ້ຮັບຜົນກະທົບແລ້ວຈາກໄພນໍ້າຖ້ວມທີ່ເກີດຈາກຝົນທີ່ຕົກໜັກຕິດຕໍ່ກັນຫຼາຍວັນນັບແຕ່ວັນທີ 11-13 ມິຖຸນາ 2021 ທີ່ຜ່ານມາ ໂດຍນໍ້າໄດ້ຍຶ່ງຂຶ້ນ​ຖ້ວມ​ກະ​ທັນ​ຫັນ ຊຶ່ງປະກອບມີເມືອງວັງ​ວຽງ ແລະ ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ, ຢູ່ເມືອງ​ຜາ​ໄຊ ແລະ ເມືອງ​ຄູນ ແຂວງ​ຊຽງ​ຂວາງ, ຢູ່ເມືອງ​ 7 ເມືອງ ຂອງແຂວງ​ໄຊ​ຍະ​ບູ​ລີ, ເມືອງ​ຜາ​ອຸ​ດົມ ແຂວງ​ບໍ່​ແກ້ວ ແລະ ເມືອງອື່ນໆອີກ ຊຶ່ງເຫດນໍ້າຖ້ວມໃນຄັ້ງນີ້ແຂວງໄຊຍະບູລີໄດ້ຮັບຜົນກະທົບໝັກກວ່າແຂວງອື່ນໆຊຶ່ງມີມູນຄ່າເສຍຫາຍສູງເຖິງ 94 ຕື້ກີບ ໂດຍນໍ້າໄດ້ຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງຂາດ, ເສົາໄຟຟ້າຫັກ ແລະ ອື່ນໆ.

7 ເມືອງທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຢູ່ແຂວງ ໄຊຍະບູລີປະກອບມີ: ເມືອງໄຊຍະບູລີ, ເມືອງພຽງ, ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ. ໃນນັ້ນ, ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ່.

ທ່ານ ເພັດພິໄຊ ສູນວິໄວ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມ ວ່າ: ຈາກການເກັບກຳຂໍ້ມູນເບື້ອງຕົ້ນຜົນເສຍຫາຍລວມມີ 56 ບ້ານ ມີ 5.248 ຄອບຄົວ ຈໍານວນພົນ 20.992 ຄົນ (ສະເພາະເມືອງໄຊຍະບູລີ ໄດ້ຮັບຜົນກະທົບ 39 ບ້ານ), ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 94 ຕື້ກີບ, ມີເຮືອນປະຊາຊົນເປ່ເພເສຍຫາຍ 4.221 ຫຼັງຄາເຮືອນ, ໃນນັ້ນ 19 ຫຼັງໄດ້ຖືກນໍ້າພັດໄຫຼໜີ, ໄຟຟ້າຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ, ຍັງ 9 ບ້ານແກ້ໄຂບໍ່ທັນສໍາເລັດ), ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ບໍ່ສາມາດໃຊ້ໄດ້ 3.500 ໜ່ວຍ), ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂ່າຍໄຟຟ້າຖືກຕັດຂາດ 3 ຈຸດ, ສ້ອມແປງຄືນໄດ້ແລ້ວ 1 ຈຸດ, ຍັງ 2 ຈຸດ, ຈັກສູບນໍ້າປະປາຖືກນໍ້າຖ້ວມເປ່ເພເຮັດໃຫ້ທົ່ວເມືອງໄຊຍະບູລີ ບໍ່ສາມາດນໍາໃຊ້ນໍ້າປະປາໄດ້, ເສັ້ນທາງຖືກຕັດຂາດເສຍຫາຍທັງໝົດ 25 ເສັ້ນ, ຂົວເບຕົງ 5 ແຫ່ງ, ທໍ່ດາໂລ 3 ແຫ່ງ, ຂົວອູ່ເປ່ເພ 1 ແຫ່ງ, ພາຫະນະລົດໃຫຍ່ຈົມນໍ້າເປ່ເພ 472 ຄັນ, ລົດຈັກ ຈົມນໍ້າເປ່ເພ 4.840 ຄັນ, ເຂົ້າສານຖືກນໍ້າຖ້ວມເສຍຫາຍ 300 ໂຕນ, ໜອງປາ 240 ໜອງ, ສະເພາະນໍ້າຖ້ວມຄັ້ງນີ້ ແມ່ນບໍ່ມີຄົນເສຍຊີວິດ.

ປັດຈຸບັນນີ້ນໍ້າໄດ້ບົກແຫ້ງລົງໃນເກນປົກກະຕິແລ້ວ ແຕ່ຍັງມີປະຊາຊົນຈໍານວນຫຼາຍທີ່ຍັງຕ້ອງ ການຄວາມ ຊ່ວຍເຫຼືອກ່ຽວກັບເຄື່ອງອຸປະໂພກ ແລະ ບໍລິໂພກຈາກສັງຄົມ.

ຂໍ້ມູນ: ອຸ່ນເຮືອນ

ພາບ: ອິນແປງ

Related Articles

Leave a Reply