ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ວ່າ: ໃຫ້ໂຈະ ຫຼື ເລື່ອນຊົ່ວຄາວ ກ່ຽວກັບງານປະເພນີ, ງານດອງ ແລະ ງານສັງສັນຕ່າງໆທີ່ມີຄົນຈຳນວນຫຼາຍເຂົ້າຮ່ວມ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການລະບາດຂອງພະຍາດ COVID-19.
ໃນຂະນະດຽວບຸນປີໃໝ່ລາວກໍ່ແມ່ນບຸນປະເພນີອັນໜຶ່ງທີ່ມີກິດຈະກຳທີ່ຫຼາກຫຼາຍ ເຊິ່ງຫຼາຍແຂວງແມ່ນໄດ້ໂຈະບາງກິດຈະກຳທີ່ມີຜູ້ເຂົ້າຮ່ວມຫຼາຍເຊັ່ນ: ງານປະກວດນາງສັງຂານ, ແຫ່ພະ, ແຫ່ນາງສັງຂານ ລວມເຖິງກິດຈະກຳເທິງຫາດຊາຍແມ່ນໄດ້ໂຈະເພື່ອຫຼຸດຜ່ອນຄວາມສ່ຽງ.
ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ, ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ມື້ນີ້ວ່າ: ງານບຸນປີໃໝ່ລາວຢູ່ນະຄອນຫຼວງວຽງຈັນ ປີນີ້ຈະຈັດຂຶ້ນແບບລຽບງ່າຍຕາມຮີດຄອງພະເພນີ ສ່ວນກິດຈະກຳທີ່ມີຄົນເຂົ້າຮ່ວມຫຼາຍເຊັ່ນ: ແຂ່ງຂັນກິລາເທິງຫາດຊາຍ ແລະ ຂະບວນແຫ່ຕ່າງໆແມ່ນຈະສະເໜີໃຫ້ເຈົ້າຄອງນະຄອນຫຼວງວຽງຈັນ ພິຈາລະນາເພື່ອໂຈະງານດັ່ງກ່າວພາຍໃນອາທິດໜ້າ, ສ່ວນງານປະກວດນາງສາວນະຄອນຫຼວງວຽງຈັນ ແມ່ນຈະສະເໜີໃຫ້ເລື່ອນອອກໄປແບບບໍ່ມີກຳນົດ.
ໃນຂະນະດຽວກັນຢູ່ເມືອງວັງວຽງ ແຂວງວຽງຈັນ ແລະ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ກໍ່ໄດ້ມີການໂຈະບາງກິດຈະກຳທີ່ມີຄວາມ ແອອັດເຊັ່ນ: ການປະກວດນາງສັງຂານ, ກິດຈະກຳຕົບພະທາດຊາຍ, ງານຄອນເສີດ, ງານຕະຫຼາດນັດ ແລະ ຂະບວນແຫ່ຕ່າງໆ ເພື່ອເປັນການປ້ອງກັນພະຍາດ COVID-19.
ຂ່າວ: ສີລັດດາ
ພາບ: ສັງຄົມໄຊ