ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງຊຸກຍູ້, ຕິດຕາມໂຄງການພັດທະນາແຫຼ່ງທ່ອງທ່ຽວ ຕາດຟ້າ ເຂດບ້ານນໍ້າສະນາມ ເມືອງຄູນຄຳ ເມື່ອບໍ່ດົນມານີ້ ໂດຍແມ່ນບໍລິສັດ ຕາດຟ້າເອໂກທົວຣິສ໌ເຊິມ ໄດ້ສໍາປະທານເນື້ອທີ່ທັງໝົດ 12,61 ເຮັກຕາ ເພື່ອພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກທໍາມະຊາດ ແລະ ສົ່ງເສີມການປູກພືດສະໝຸນໄພ.
ໃນໂອກາດນີ້ ທ່ານ ພູຄຳ ພິລາວົງ ຮອງຜູ້ອຳນວຍການບໍລິສັດ ຕາດຟ້າເອໂກທົວຣິສ໌ເຊິມ ໄດ້ລາຍງານໃຫ້ຮູ້ວ່າ:ໂຄງການພັດທະນາແຫຼ່ງທ່ອງທ່ຽວ ຕາດຟ້າ ໄດ້ແບ່ງເປັນເຂດພັດທະນາການທ່ອງທ່ຽວ ຄື: ເຂດບໍລິການ ຈໍານວນ 2 ເຮັກຕາ ແລະ ເຂດພັດທະນາການທ່ອງທ່ຽວແບບອະນຸລັກທໍາມະຊາດ ຈໍານວນ 10,61 ເຮັກຕາ ຊຶ່ງໂຄງການ ແມ່ນເນັ້ນໃສ່ປຸກສ້າງສະຖານທີ່ພັກແຮມແບບກົມກືນກັບທໍາມະຊາດ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ-ການບໍລິການ ຊຶ່ງໃນນັ້ນ ແມ່ນຈະມີກິດຈະ ກຳຂີ່ລົດ, ຍ່າງປ່າຊົມຄວາມສວຍສົດງົດງາມຂອງນໍ້າຕົກຕາດ ແລະ ຄວາມອຸດົມສົມບູນຂອງທຳມະຊາດ ແລະ ກິດຈະກຳອື່ນໆ ທີ່ຕິດພັນກັບການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກທໍາມະຊາດ ແລະ ສົ່ງເສີມການປູກພືດສະໝຸນໄພ.
ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນພະຈິກ 2020 ມາຮອດປະຈຸບັນໂຄງການແມ່ນມີຄວາມຄືບໜ້າແລ້ວ ປະມານ 30% ຊຶ່ງມູນຄ່າການລົງທຶນຄາດຄະເນທັງໝົດ 5 ແສນກວ່າໂດລາສະຫະລັດ ແຕ່ເນື່ອງຈາກໄດ້ປະສົບກັບບັນຫາສະພາບໄພທຳມະຊາດ ທາງບໍລິສັດຈຶ່ງຕ້ອງໄດ້ເພີ່ມທຶນເຂົ້າໃນການພັດທະນາອີກປະມານ 2 ລ້ານໂດລາສະຫະລັດ ໂດຍໄດ້ກໍານົດເວລາໃນການສໍາປະທານ 30 ປີ.
ຂໍ້ມູນຂ່າວ: ກອງຄຳ