Vientiane Times Lao
ໂຄງການກໍ່ສ້າງເສັ້ນທາງຄອນກຣີດອ້ອມດອນໂຂງ ສໍາເລັດ 100%

ໂຄງການກໍ່ສ້າງເສັ້ນທາງຄອນກຣີດອ້ອມດອນໂຂງ ສໍາເລັດ 100%

ໂຄງການກໍ່ສ້າງເສັ້ນທາງຄອນກຣີດອ້ອມດອນໂຂງ ເມືອງໂຂງ ແຂວງຈໍາປສັກໄດ້ກໍ່ສ້າງສໍາເລັດ 100% ພາຍຫຼັງ ດໍາເນີນການກໍ່ສ້າງແຕ່ຕົ້ນເດືອນຕຸລາ ປີ 2018 ເປັນຕົ້ນມາ, ຊຶ່ງມີຄວາມຍາວທັງໝົດ 43,5 ກິໂລແມັດ ແລະ ກວ້າງປະມານ 6-7ແມັດ, ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ໃນມູນຄ່າການກໍ່ສ້າງທັງໝົດ 12 ລ້ານກວ່າໂດລາສະຫະລັດ.
ທ່ານ ລາຕີ ສີສຸພັນນະວົງ, ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ ແຕ່ຍັງເປັນພັນທະຂອງບໍລິສັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈໍາປາສັກ, ໂດຍສະເພາະໂຄງການນີ້ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ຊຶ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ.
ພິທີເປີດການນຳໃຊ້ເສັ້ນທາງໄດ້ຈັດຂຶ້ນວັນທີ 15 ກຸມພາ ຜ່ານມານີ້ ຢູ່ບໍລິເວນສຳນັກງານປົກຄອງເມືອງໂຂງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງເມືອງໂຂງ, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້້າຮ່ວມ.

ຂໍ້ມູນ: ສື່ມວນຊົນແຂວງຈຳປາສັກ

Related Articles

Leave a Reply