Vientiane Times Lao
ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງທີ່ອະນຸສອນສະຖານປະຕູໄຊ ຈະມີພິທີມອບ-ຮັບໃນເດືອນມີນາ ນີ້

ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງທີ່ອະນຸສອນສະຖານປະຕູໄຊ ຈະມີພິທີມອບ-ຮັບໃນເດືອນມີນາ ນີ້

ປັດຈຸບັນນີ້, ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງປະຕູໄຊໄດ້ສໍາເລັດ 100% ແລ້ວໂດຍຈະມີພິທີມອບ-ຮັບໂຄງການດັ່ງກ່າວໃນເດືອນ ມີນາ 2021 ທີ່ຈະມາເຖິງນີ້.
ທ່ານຊົງເລົ່າ ຢົ່ງນູ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ກ່ຽວກັບໂຄງການດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ວຽກງານທັງ ໝົດຂອງໂຄງການດັ່ງກ່າວນີ້ແມ່ນໄດ້ສຳເລັດແລ້ວຍັງຢູ່ໃນຂັ້ນຕອນການກວດຄຸນນະພາບຄືນ. ປັດຈຸບັນນີ້ເຈົ້າໜ້າທີ່ກຳລັງວາງສັນຍາລັກ ຫຼື ປະດັບປະດາສັນຍາລັກຂອງລາວ ແລະ ຈີນ ຢູ່ຕາມເສັ້ນທາງ 7 ເສັ້ນໃນໃຈກາງເມືອງນະຄອນຫຼວງວຽງຈັນ (ວາງສັນຍາລັກຊົ່ວຄາວ) ເພື່ອເປັນການກະກຽມສະເຫຼີມສະຫຼອງການມອບຮັບ ຫຼື ຜົນສຳເລັດຂອງໂຄງການ. ໂຄງການດັ່ງກ່າວ ນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຈີນໃນມູນຄ່າ 300 ລ້ານຢວນ. ໂຄງການດັ່ງກ່າວນີ້ໄດ້ສ້າງຄວາມສວຍງາມຢູ່ໃຈກາງເມືອງນະຄອນຫຼວງວຽງຈັນ ນອກນີ້ຍັງເຮັດໃຫ້ການຂັບຂີ່ໃນເວລາກາງຄືນມີຄວາມປອດໄພກວ່າເກົ່າ.

ຂ່າວ-ພາບ: ຕ້ອມ

Related Articles

Leave a Reply