ກວດພົບອາຫານທີ່ບໍ່ປອດໄພຫຼາຍລາຍການຢູ່ຕະຫຼາດເທດສະບານ ເມືອງສາມັກຄີໄຊ

ກວດພົບອາຫານທີ່ບໍ່ປອດໄພຫຼາຍລາຍການຢູ່ຕະຫຼາດເທດສະບານ ເມືອງສາມັກຄີໄຊ

ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງອັດຕະປື ໂດຍສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື, ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມແຂວງ ພ້ອມດ້ວຍວິຊາການຫ້ອງການສາທາລະນະສຸກ ເມືອງ ສາມັກຄີໄຊ ໄດ້ລົງກວດ ກາຄຸນນະພາບ ຜະລິດຕະພັນອາຫານສົດຢູ່ໃນຕະຫຼາດບ້ານເມືອງໃໝ່ ແລະ ຕະຫຼາດຫຼັກສາມ ໃນເທດ ສະບານເມືອງສາມັກຄີໄຊ ເມື່ອບໍ່ດົນມານີ້ ແລະ ໄດ້ພົບສິນຄ້າປະເພດອາຫານຫຼາຍ ລາຍການທີ່ ບໍ່ປອດໄພຕໍ່ຜູ້ບໍລິໂພກ.

ສິນຄ້າປະເພດອາຫານທີ່ບໍ່ປອດໄພດັ່ງກ່າວພົບສານເຈືອປົນ, ອາຫານເສື່ອມຄຸນນະພາບ, ໝົດອາຍຸການນຳໃຊ້, ອາຫານທີ່ບໍ່ມີສະຫຼາກທີ່ຖຶກຕ້ອງ, ເຊິ່ງກວດພົບເປັນຈຳນວນ 25 ລາຍການ, ເຊິ່ງເຈົ້າໜ້າທີ່ໄດ້ ຢຶດໄວ້ເພື່ອທໍາລາຍ ແລະ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກຕັກເຕືອນບັນດາເຈົ້າຂອງຫ້າງຮ້ານຕ່າງໆທີ່ຄອບຄອງສິນຄ້າດັ່ງກ່າວ.

ຂ່າວ-ພາບ: ບັງອອນ

Related Articles

Leave a Reply