ປະຊາຊົນຜູ້ທຳການຜະລິດ, ລ້ຽງສັດ, ຄ້າຂາຍ ແລະ ບໍລິການ ຈະເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ດອກເບ້ຍຕໍ່າ ຈາກການບໍລິການກອງທຶນບ້ານອອມ ເມືອງອານຸວົງ ແຂວງ ໄຊສົມບູນ, ໂດຍຂຶ້ນກັບກອງທຶນພັດທະນາໄຊສົມບູນ.
ທ່ານ ມີໄຊ ໄຊຍະແສງ ຮອງຫົວໜ້າກອງທຶນພັດທະນາໄຊສົມບູນ ໄດ້ລາຍງານໃນພິທີເປີດບໍລິການກອງທຶນບ້ານອອມ ເມຶ່ອບໍ່ດົນມານີ້ວ່າ: ກອງທຶນພັດທະນາໄຊສົມບູນ ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 3 ກໍລະກົດ 2020 ເປັນຕົ້ນມາ ຊຶ່ງໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍມີຄວາມຮັບຜິດຊອບ ແລະ ສາຍເຊື່ອມໂຍງ ກັບກອງທຶນບ້ານ ເພື່ອເປັນພື້ນຖານໃນການຄຸ້ມຄອງ ແລະ ເຕົ້າໂຮມແຫຼ່ງທຶນ ເຮັດໃຫ້ປະຊາຊົນຜູ້ທຳການຜະລິດ, ລ້ຽງສັດ, ຄ້າຂາຍ ແລະ ບໍລິການ ເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ດອກເບ້ຍຕໍ່າ.
ກອງທຶນດັ່ງກ່າວ ເນັ້ນໃສ່ວຽກງານການຄຸ້ມຄອງກອງທຶນ ແລະ ສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານສິນເຊື່ອ ແລະ ການບັນຊີສາມາດຄຸ້ມຄອງ ແລະ ບໍລິຫານດ້ວຍຕົນເອງ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມແຂງ ໃນການສະໜອງແຫຼ່ງທຶນ ໃຫ້ທຸກພາກສ່ວນໃນການພັດທະນາບ້ານອອມ ຕາມແບບຍືນຍົງ ແລະ ສີຂຽວ ດ້ວຍອັດຕາດອກເບ້ຍກູ້ຢືມຕໍ່າ ແລະ ໄລຍະຍາວ, ເພື່ອພັດທະນາເຂດຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີການຫັນປ່ຽນດີຂຶ້ນ, ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນຄົງ ແລະ ຍືນຍົງ, ພ້ອມກັນນັ້ນ ກໍເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບ້ານອອມ ເມືອງອານຸວົງ ແຂວງໄຊສົມບູນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.
ແຫຼ່ງຂ່າວ: ໄຊສົມບູນ

