ກອງທຶນຮ່ວມມືສາກົນ ເພື່ອການສຶກສາ (GPE) ໃຫ້ທຶນຊ່ວຍເຫຼືອລ້າ ຈໍານວນ 7 ລ້ານໂດລາສະຫະລັດ ໃຫ້ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານອົງການຢູນິເຊັບ ເພື່ອຕອບໂຕ້ ແລະ ຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນຂະແໜງການສຶກສາ, ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ເດັກນ້ອຍ ໄດ້ກັບມາຮຽນຄືນຢ່າງປອດໄພໃນການເປີດສົກຮຽນໃໝ່ໃນເດືອນກັນຍານີ້.
ພິທີເຊັນສັນຍາການຊ່ວຍເຫຼືອລ້າດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເປ່ຍ ບຣິໂຕ ຜູ້ຕາງໜ້າ ຈາກອົງການຢູນິເຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
|ທຶນຊ່ວຍເຫຼືອໃນຄັ້ງນີ້ຈະນໍາໃຊ້ເຂົ້າໃນຫຼາຍກິດຈະກຳທີ່ແຕກຕ່າງກັນ ເຊັ່ນ: ສະໜອງນໍ້າສະອາດ, ສະບູ, ເຈວ, ຜ້າອັດປາກ-ດັງ ແລະ ບ່ອນລ້າງມືໃນໂຮງຮຽນ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງສູງ ແລະ ກິດຈະກໍາອື່ນໆ.
ຂ່າວ: ວຽງຈັນທາຍ

