Visit BigblueAgency
ກອງປະຊຸມຄົບຄະນະກໍາມະການ ສນຊ ຄັ້ງທີ 5 ສະໄໝທີ X ປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນ

ກອງປະຊຸມຄົບຄະນະກໍາມະການ ສນຊ ຄັ້ງທີ 5 ສະໄໝທີ X ປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນ

ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ X ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.

ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອປຶກສາຫາລື, ຜ່ານເນື້ອໃນສໍາຄັນ ແລະ ໄດ້ຮັບຟັງການປະກອບຄໍາເຫັນ ແລະ ການຄົ້ນຄ້ວາປະກອບຄໍາເຫັນຕໍ່ຮ່າງເອກະສານຈໍານວນໜຶ່ງ ເພື່ອກະກຽມໃຫ້ແກ່ກອງປະຊຸມຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ XI ຊຶ່ງປະກອບມີ ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານແນວລາວສ້າງຊາດ ປີ 2019-2020 ແລະ ທິດທາງແຜນການເຄື່ອນໄຫວ 2020-2021, ຜ່ານໂຄງຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI, ຜ່ານຮ່າງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI ສະບັບປັບປຸງ ແລະ ມີການປະກອບຄໍາເຫັນຂອງຜູ້ຕາງໜ້າໃຫ້ອົງການຈັດຕັ້ງໃນແຕ່ລະຫົວຂໍ້.

ນອກນັ້ນກອງປະຊຸມດັ່ງກ່າວຍັງເປັນການສ້າງຂະບວນການຂໍ່ານັບຕ້ອນວັນປະຫວັດສາດ ສໍາຄັນຂອງພັກ-ຂອງຊາດ ເປັນຕົ້ນ ວັນສະຖາປະນາ ສປປ ລາວຄົບຮອບ 45 ປີ, ວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 70 ປີ, ວັນຍຶດອໍານາດ 23 ສິງຫາ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກຂັ້ນແຂວງ-ນະຄອນຫຼວງ, ກະຊວງ-ອົງການ  ແລະ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ.

ຂ່າວ-ພາບ: ສນຊ

Related Articles

Leave a Reply