10 ເອກະສານສໍາຄັນໄດ້ຖືກຍົກມາສົນທະນາ ແລະ ປຶກສາຫາລືໃນກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງ ທ້າຍສະໄໝທີ່ໄດ້ຈັດຂຶ້ນເມື່ອວັນທີ 7 ແລະ ຈະດໍາເນີນໄປຮອດວັນທີ 8 ມັງກອນ 2021 ນີ້ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ.
10ເອກະສານສໍາຄັນດັ່ງກ່າວປະກອບມີບົດລາຍ ງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020), ບົດລາຍງານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ແລະ ຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025), ບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ (ຕາມຄຳສັ່ງ 02/ນຍ) ແລະ ການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການປັບປຸງວຽກງານບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ (ຄຳສັ່ງ 03), ການວາງແຜນຍຸດທະສາດການສົ່ງເສີມຜະລິດເປັນສິນຄ້າ ຕິດພັນກັບກົນໄກການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າ ແລະ ການຄ້າຊາຍແດນ, ບົດລາຍງານກ່ຽວກັບການຄົ້ນຄວ້າການຫັນຊັບສິນຂອງລັດເປັນທຶນ, ບົດລາຍງານຜົນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ຄຳສັ່ງ 15/ນຍ ປີ 2020, ບົດລາຍງານ ກ່ຽວກັບການກະກຽມ ໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs), ບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດ ແຜນການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ແລະ ທິດຜັນຂະຫຍາຍຜົນກອງປະຊຸມ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈໍາປີ 2020.
ຂ່າວ: ວຽງຈັນທາຍ

