ກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I: ເປີດໜ້າປະຫວັດສາດໃໝ່ ກຳນົດອະນາຄົດສື່ມວນຊົນລາວ

ກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I: ເປີດໜ້າປະຫວັດສາດໃໝ່ ກຳນົດອະນາຄົດສື່ມວນຊົນລາວ

ທ່ານ ປອ ຄຳມອນ ຈັນທະຈິດ ຊີ້ວ່າ ກອງປະຊຸມຄັ້ງນີ້ຈະເປັນຈຸດປ່ຽນສຳຄັນໃນການວາງຍຸດທະສາດໃໝ່ ເພື່ອພັດທະນາສື່ມວນຊົນລາວໃຫ້ທັນສະໄໝ, ເຂັ້ມແຂງ ແລະ ໜ້າເຊື່ອຖືໃນຍຸກດິຈິຕອນ.

ໃນຂະນະທີ່ ສປປ ລາວ ກຳລັງກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ແລະ ການຫັນປ່ຽນສູ່ຍຸກດິຈິຕອນ, ວົງການສື່ມວນຊົນລາວກໍກຳລັງປະເຊີນທັງໂອກາດ ແລະ ສິ່ງທ້າທາຍໃໝ່ໆ ຢ່າງບໍ່ເຄີຍມີມາກ່ອນ. ທ່າມກາງສະພາບການດັ່ງກ່າວ, ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ທີ່ຈະຈັດຂຶ້ນໃນໄລຍະອັນໃກ້ນີ້ ເຊີ່ງຄາດໝາຍວ່າຈະເປັນຈຸດໝາຍທາງປະຫວັດສາດ ທີ່ຈະກຳນົດທິດທາງຍຸດທະສາດໃໝ່ໃຫ້ແກ່ການພັດທະນາສື່ມວນຊົນລາວໃນອະນາຄົດ.

ໃນການໃຫ້ສຳພາດພິເສດກັບໜັງສືພິມ ວຽງຈັນທາຍໃນເມື່ອບໍ່ດົນມານີ້, ທ່ານ ປອ ຄຳມອນ ຈັນທະຈິດ, ກຳມະການສຳຮອງສູນກາງພັກ, ກຳມະການປະຈຳຄະນະພັກ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ແບ່ງປັນທັດສະນະກ່ຽວກັບຄວາມສຳຄັນຂອງກອງປະຊຸມ ແລະ ວິໄສທັດຕໍ່ອະນາຄົດຂອງສື່ມວນຊົນລາວ.

ທ່ານ ປອ ຄຳມອນ ກ່າວວ່າ ກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງນີ້ ມີຄວາມຈຳເປັນຕໍ່ການປັບປຸງບົດບາດຂອງສື່ມວນຊົນໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ແລະ ສ້າງການຫັນປ່ຽນດ້ານຈິນຕະນາການຂອງສື່ມວນຊົນ ພາຍຫຼັງການໂອນວຽກງານສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ທັງນີ້ ເພື່ອໃຫ້ສື່ມວນຊົນປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມ, ຈົ່ງຮັກພັກດີ, ຮັບໃຊ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ.

ກອງປະຊຸມຄັ້ງນີ້ຈະໄດ້ສະຫຼຸບ ແລະ ຕີລາຄາໝາກຜົນແຫ່ງການເຄື່ອນໄຫວຂອງສື່ມວນຊົນ, ບັນຫາທີ່ຍັງຄົງຄ້າງ ແລະ ກຳນົດທິດທາງໃນຕໍ່ໜ້າໃຫ້ສອດຄ່ອງກັບຄວາມກ້າວໜ້າຂອງຍຸກສະໄໝ. ບົນພື້ນຖານດັ່ງກ່າວ, ຄະນະຮັບຜິດຊອບກອງປະຊຸມຈະສະເໜີໃຫ້ກົມການເມືອງສູນກາງພັກ ອອກມະຕິສະບັບໃໝ່ ເພື່ອເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ແທນມະຕິເລກທີ 36/ກມສພ ລົງວັນທີ 19 ມິຖຸນາ 1993.

“ກອງປະຊຸມໃນຄັ້ງນີ້ມີຄວາມໝາຍທາງປະຫວັດສາດ ເປັນການທົບທວນຫວນຄືນການປະຕິບັດໜ້າທີ່ຂອງສື່ມວນຊົນ ພາຍຫຼັງ 76 ປີແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ພ້ອມກັບ 33 ປີແຫ່ງການປະຕິບັດມະຕິຂອງກົມການເມືອງສູນກາງພັກ,” ທ່ານ ປອ ຄຳມອນ ກ່າວ.

ເນື້ອໃນສຳຄັນຂອງກອງປະຊຸມຈະໄດ້ຕີລາຄາຢ່າງພາວະວິໄສກ່ຽວກັບການຈັດຕັ້ງປະຕິບັດບັນດານິຕິກຳ ກໍຄືການປະຕິບັດພາລະບົດບາດຂອງສື່ມວນຊົນ, ການກຳນົດໂຄງປະກອບກົງຈັກການຈັດຕັ້ງ ແລະ ພະນັກງານເຮັດວຽກງານສື່ມວນຊົນ, ພ້ອມທັງການພັດທະນາພື້ນຖານໂຄງລ່າງ, ວັດຖຸເຕັກນິກ ແລະ ການບໍລິຫານການເງິນ ໃຫ້ມີຄວາມເປັນລະບົບ ແລະ ເຂັ້ມແຂງຍິ່ງຂຶ້ນ.

ຄາດໝາຍສູ້ຊົນທີ່ວາງໄວ້ ຄື ການພັດທະນາສື່ມວນຊົນລາວ ໂດຍສະເພາະ 5 ສື່ຫຼັກຂອງລັດ ປະກອບມີ ໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ), ສຳນັກຂ່າວສານປະເທດລາວ, ວິທະຍຸແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ ແລະ ໜັງສືພິມປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກ້າວສູ່ຄຸນນະພາບໃໝ່, ມີຄວາມວ່ອງໄວ, ທັນສະໄໝ ແລະ ໜ້າເຊື່ອຖື. ພ້ອມກັນນັ້ນ ຈະນຳໃຊ້ສື່ມວນຊົນເປັນເຄື່ອງມືສຳຄັນໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງພັກ ແລະ ຂອງຊາດ.

ເມື່ອຮອດວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 80 ປີ, ຈະສູ້ຊົນສ້າງໃຫ້ສື່ຫຼັກຂອງລັດມີຄວາມໝັ້ນຄົງ ແລະ ສາມາດສ້າງລາຍຮັບເພື່ອກຸ້ມຕົນເອງໄດ້ໃນລະດັບທີ່ແນ່ນອນ.

ຄວາມຄາດຫວັງໃນການຫັນປ່ຽນ ແມ່ນໃຫ້ສື່ມວນຊົນປະຕິບັດຄົບຖ້ວນ 4 ລັກສະນະຂອງຕົນ ຄື ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້. ພ້ອມທັງ ປະຕິບັດໃຫ້ເປັນຈິງບົດບາດຂອງສື່ມວນຊົນຕາມທິດທີ່ວ່າ: “ສື່ມວນຊົນ ຜູ້ກ້າປາກອອກແສງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຮູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ຍິງຖືກເປົ້າ.”

ທ່ານ ປອ ຄຳມອນ ໄດ້ຮຽກຮ້ອງໄປຍັງສື່ມວນຊົນທົ່ວປະເທດ ໃຫ້ຮ່ວມກັນຮັກສາມູນເຊື້ອອັນດີງາມໃນອະດີດ, ສືບຕໍ່ເສີມຂະຫຍາຍຜົນງານໃນປະຈຸບັນ ແລະ ຍົກສູງຜົນງານໃຫ້ໂດດເດັ່ນຍິ່ງຂຶ້ນໃນອະນາຄົດ. ພ້ອມກັນນັ້ນ ໃຫ້ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ ແລະ ລັດ, ຕັ້ງໜ້າປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ຮັກສາຈັນຍາບັນວິຊາຊີບ ຄວບຄູ່ກັບຈັນຍາບັນຂອງພະນັກງານ ເພື່ອນຳພາສື່ມວນຊົນລາວກ້າວໄປສູ່ຄຸນນະພາບໃໝ່ຢ່າງເຂັ້ມແຂງ.

Related Articles

Leave a Reply