ກອງປະຊຸມເສວະນາ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ” ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດວ້ຍຜົນສຳເລັດ

ກອງປະຊຸມເສວະນາ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ” ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດວ້ຍຜົນສຳເລັດ

ໃນວັນທີ 19 ມີນານີ້, ກອງປະຊຸມເສວະນາ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ” ທີ່ຈັດໂດຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ(CMG) ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ປະທານວິທະຍຸໂທລະພາບສູນກາງຈີນ ໄດ້ກ່າວຄຳປາໄສທາງວິດີໂອ. ທ່ານ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ.

ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ການຂົນສົ່ງ, ທ່ານ ຄຳມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ທ່ານ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ປະທານປົກຄອງແຂວງອຸດົມໄຊ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງແສງເດືອນ ໄຊຍະສອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ທ່ານ ຫຼີ ຈື້ ຜູ້ຊ່ວຍຫົວໜ້າສະຖາບັນຄົ້ນຄວ້າວາງແຜນການພັດທະນາຂອງຈີນຂອງມະຫາວິທະຍາໄລຊິງຮວາ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສ. ຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ, ຄະນະກຳມະການຮ່ວມມືລາວ-ຈີນ, ສະຖາບັນການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ,   ພ້ອມດ້ວຍຄູອາຈານ ແລະ. ນັກສຶກສາຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 450 ກວ່າຄົນເຂົ້າຮ່ວມ.

ທ່ານ ເຊິ້ນ ໄຫສົງ ກ່າວວ່າ: ກອງປະຊຸມສອງສະພາຂອງຈີນ ທີ່ຈັດຂຶ້ນປີລະເທື່ອໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກອີກຄັ້ງ, ກອງປະຊຸມປີນີ້ໄດ້ເຫັນດີຮັບຮອງເອົາຫຼາຍເອກະສານສຳຄັນເຊັ່ນ: ແຜນການພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 15 ແລະ ອື່ນໆ. ແຜນຜັງການພັດທະນາທີ່ມີຄຸນນະພາບສູງຂອງຈີນໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ. ໃນໄລຍະໄຂກອງປະຊຸມສອງສະພາປີນີ້, ທ່ານປະທານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈະເປີດກວ້າງການໄຂປະຕູສູ່ພາຍນອກໃນລະດັບສູງ, ບຸກເບີກຕະຫຼາດໂລກຢ່າງກວ້າງຂວາງ ແລະ ເຊື່ອມຕໍ່ກັບວົງຈອນເສດຖະກິດສາກົນໃຫ້ດີຂຶ້ນ. ສິ່ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນອີກເທື່ອໜຶ່ງວ່າ “ປະຕູຂອງຈີນຈະເປີດກວ້າງຂຶ້ນຢ່າງບໍ່ຢຸດຢັ້ງ.” ນັບຕັ້ງແຕ່ຕົ້ນປີນີ້ມາ, ກຳລັງການຜະລິດໃໝ່ຂອງຈີນໄດ້ພັດທະນາຢ່າງວ່ອງໄວ. ເຊິ່ງດິນແດນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ ແຜ່ນນີ້ໄດ້ບົ່ມເພາະໂອກາດການພັດທະນາອັນໃໝ່ຂຶ້ນເລື້ອຍໆ. ວິທະຍຸໂທລະພາບສູນກາງຈີນຍິນດີ ເສີມ ຂະຫຍາຍທ່າແຮງໃນການເປັນສື່ສັງລວມທີ່ດີໃນສາກົນ, ອີງໃສ່ເຄືອຂ່າຍສື່ສານໃນທົ່ວໂລກດ້ວຍ 85 ພາສາຕ່າງປະເທດ, ສຳນັກງານປະຈຳຕ່າງປະເທດ 192 ແຫ່ງ ແລະ ເວທີລວມສູນສື່ຕ່າງໆຂອງ CGTN ເພື່ອປະກອບເປັນເວທີສື່ມວນຊົນໃນດ້ານການລາຍງານຂ່າວ, ລົງເລິກການເຊື່ອມໂຍງກັນດ້ານວັດທະນະທຳບວກກັບວິທະຍາສາດເຕັກນິກ, ສືບຕໍ່ຄົ້ນຄວ້າໃນຂົງເຂດໃໝ່ເຊັ່ນ: 5G, 6G, ສັນຍານຄວາມລະອຽດສູງ ກໍ່ຄືປັນຍາປະດິດ ແລະ ອື່ນໆ, ດໍາເນີນການແລກປ່ຽນດ້ານວັດທະນະທໍາທີ່ເຊື່ອມສານຈິດໃຈປະຊາຊົນ, ຕິດພັນກັບຊີວິດປະຈຳວັນ ແລະ ມີຄວາມອົບອຸ່ນຫຼາຍຂຶ້ນ, ຮ່ວມກັບເພື່ອນມິດທັງຫຼາຍໃນທົ່ວໂລກ ແຕ້ມຮູບພາບທີ່ສວຍງາມແຫ່ງຄວາມສີວິໄລຂອງມວນມະນຸດທີ່ມີເອກະລັກພິເສດຂອງຕົນ ແລະ ຮ່ວມມືຮ່ວມຈະເລີນນຳກັນ. ໃຫ້ພວກເຮົາຮ່ວມກັນສົ່ງເສີມສັນຕິພາບ ແລະ ການພັດທະນາຂອງໂລກ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານເອກອັກຄະລັດຖະທູດ ຟ່າງ ຫົງ ໄດ້ນຳສະເໜີຈິດໃຈຂອງກອງປະຊຸມສອງສະພາປີນີ້, ໂດຍໄດ້ລົງເລິກວິເຄາະ 4 ບັນຫາສຳຄັນຄື: “ການວາງແຜນ, ການປະຕິຮູບ, ປະຊາຊົນ ແລະ ການເປີດກວ້າງ”. ທ່ານນາງ ຟ່າງ ຫົງ ກ່າວວ່າ, ການວາງແຜນເປັນເຄື່ອງມືທີ່ສຳຄັນສຳລັບການປົກຄອງປະເທດສັງຄົມນິຍົມ, ຍ້ອນມີ “ແຜນການ 5 ປີຄັ້ງທີ 15” ຂອງຈີນ, ແຜນການພັດທະນາຂອງຈີນກຳລັງຈະແຈ້ງຂຶ້ນເລື້ອຍໆ. ການປະຕິຮູບທີ່ບໍ່ຢຸດບາດກ້າວ ແລະ ນະວັດຕະກຳຢ່າງຕໍ່ເນື່ອງແມ່ນໜຶ່ງໃນບັນດາສັນຍານທີ່ເຂັ້ມແຂງທີ່ສຸດທີ່ສະແດງອອກຈາກກອງປະຊຸມສອງສະພາປີນີ້. ຜົນສຳເລັດຂອງບໍລິສັດ Huawei ສະແດງໃຫ້ເຫັນວ່າ “ນະວັດຕະກຳບໍ່ແມ່ນສິ່ງທີ່ສາມາດລໍຖ້າໄດ້, ແຕ່ແມ່ນສິ່ງທີ່ຕ້ອງໄດ້ຮັບການລົງທຶນ, ບາກບັ່ນສູ້ຊົນ, ແລະ ອົດທົນຜ່ານຜ່າ.” ຈີນຍິນດີທີ່ຈະເພິ່ມການແລກປ່ຽນກັບລາວໃນດ້ານການລົງເລິກປະຕິຮູບ. 

ທ່ານນາງ ຟ່າງຫົງ ເນັ້ນໜັກວ່າ “ຄວາມສຳເລັດຂອງລັດຖະບານແມ່ນຂຶ້ນກັບການໄດ້ໃຈປະຊາຊົນ.” ຝ່າຍຈີນຍິນດີເພີ່ມທະວີການແລກປ່ຽນກັບລາວກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ການຟື້ນຟູຊົນນະບົດ ແລະ ຂົງເຂດອື່ນໆ ແລະ ຈະຈັດສັນຊັບພະຍາກອນຊ່ວຍເຫຼືອເຂົ້າໃສ່ຂົງເຂດການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊົນນະບົດໃຫ້ຫຼາຍກວ່າເກົ່າ. ຈີນຍຶດໝັ້ນການພັດທະນາໂລກາພິວັດທາງເສດຖະກິດ, ເສັ້ນທາງລົດໄຟລາວ-ຈີນ ກຳລັງຊ່ວຍລາວຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ມີທາງບົກເຊື່ອມຕໍ່ກັນ. ຈີນຈະຊຸກຍູ້ໃຫ້ວິສາຫະກິດຈີນມາລົງທຶນໃນລາວຫຼາຍຂຶ້ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆເຊັ່ນ ເສດຖະກິດດິຈິຕອນ ແລະ ພະລັງງານສະອາດເປັນຕົ້ນ.

ທ່ານ ດາວສະຫວັນ ເຄືອມີໄຊ ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດດ້ານການພັດທະນາຂອງຈີນໃນຍຸກໃໝ່ ແລະ ກ່າວວ່າ “ລະດູບານໃໝ່” ຂອງຈີນໃນຍຸກໃໝ່ແມ່ນ”ລະດູບານໃໝ່”ແຫ່ງການພັດທະນາດ້ວຍຄຸນນະພາບສູງ.  ທ່ານເນັ້ນໜັກວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ຈີນໄດ້ຫັນປ່ຽນຈາກການເຕີບໂຕດ້ານປະລິມານໄປສູ່ການພັດທະນາທີ່ມີຄຸນນະພາບສູງ, ກາຍເປັນເຄື່ອງຈັກທີ່ສຳຄັນສຳລັບການເຕີບໂຕຂອງເສດຖະກິດໂລກ. ທ່ານຊີ້ໃຫ້ເຫັນວ່າ ສາຍພົວພັນລາວ-ຈີນ ມີມາດົນນານ, ໝັ້ນຄົງ, ແລະ ເລິກເຊິ່ງ. ໂຄງການຮ່ວມມືທີ່ສຳຄັນເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້າຕ່າງໆ ແລະ ເສັ້ນທາງດ່ວນ ໄດ້ປ່ຽນແປງການພັດທະນາຂອງລາວຢ່າງເລິກເຊິ່ງ, ໄດ້ເຮັດໃຫ້ປະເທດລາວຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລ ກາຍເປັນສູນກາງເຊື່ອມຕໍ່ພາກພື້ນທີ່ສຳຄັນ. ເມື່ອປະເຊີນກັບສະຖານະການສາກົນທີ່ສັບສົນ ແລະ ບໍ່ແນ່ນອນໃນປະຈຸບັນ, ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຈະບໍ່ຢຸດຢັ້ງ. ສອງປະເທດຈະຮ່ວມມືກັນເພື່ອສ້າງໃບໜ້າໃໝ່ຂອງການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ປັນຍາປະດິດ, ເສດຖະກິດດິຈິຕອນ, ການພັດທະນາສີຂຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ລາວ ແລະ ຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ແລະ ຄູ່ຮ່ວມມືທີ່ດີຢ່າງສະເໝີຕົ້ນສະເໝີປາຍ. ມິດຕະພາບນີ້ແຂງແກ່ນຄືກ້ອນຫີນ ແລະ ຈະເຂັ້ມແຂງຂຶ້ນເລື້ອຍໆ, ຍ່ອມຈະສ່ອງແສງຍິ່ງຂຶ້ນໃນຍຸກໃໝ່.

 ໃນກອງປະຊຸມ,ຜູ້ແທນເຂົ້າຮ່ວມທັງຈີນ ແລະ ລາວ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຈິດໃຈຂອງກອງປະຊຸມສອງສະພາຂອງຈີນໂດຍປິ່ນອ້ອມຫົວຂໍ້ “ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ” ແລະ ຫວັງວ່າຈະມີອະນາຄົດທີ່ສົດໃສສຳລັບການຮ່ວມມືລະຫວ່າງສອງປະເທດ. ໄດ້ປຶກສາຫາລືຫຼາຍຫົວຂໍ້ເຊັ່ນ: ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່, ການເຊື່ອມຕໍ່ການຂົນສົ່ງ, ພະລັງງານສີຂຽວ, ຮ່ວມມືປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກັບ ການຮ່ວມມືດ້ານດິຈິຕອນ, ເຊິ່ງຫຼາຍຫົວຂໍ້ດັ່ງກ່າວໄດ້ສະຫຼຸບວ່າ: ການພັດທະນາທີ່ແທ້ຈິງຕ້ອງເປັນປະໂຫຍດໃຫ້ແກ່ປະຊາຊົນ, ຕ້ອງເປັນການພັດທະນາທີ່ເປີດກວ້າງການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຂ່າວ:​ CMG FM93

Related Articles

Leave a Reply