ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງ ຈັນຄັດເລືອກເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກຊຸດໃໝ່

ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງ ຈັນຄັດເລືອກເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນໄດ້ປ່ອນບັດຄັດເລືອກເອົາຄະນະ ບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ ຈໍານວນ 41 ສະຫາຍ (ຍິງ 9 ສະຫາຍ) ຈາກຜູ້ສະໝັກທັງໝົດ 46 ສະຫາຍ (ຍິງ 10 ສະຫາຍ) ແລະ ເລືອກຕັ້ງເອົາຄະນະກໍາມະ ການປະຈໍາພັກ 13 ສະຫາຍ (ຍິງ 1 ສະຫາຍ) ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VII ໃນມື້ວັນທີ 29 ຕຸລາທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມດັ່ງກ່າວໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຂົ້າຮ່ວມໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ ແຫ່ງ ສປປ ລາວ. ຜົນການເລືອກຕັ້ງປະກົດວ່າ ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ຖືກຄັດເລືອກເປັນເລຂາຄະນະພັກຊຸດໃໝ່ ຫຼື ອີກສະໄໝ.

 ຄະນະກໍາມະການປະຈໍາພັກນະຄອນຫຼວງວຽງຈັນ ສະໄໝທີ VII ນີ້ ປະກອບມີ: ສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ, ສະຫາຍ ອານຸພາບ ຕຸນາລົມ ແລະ ສະຫາຍ ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະພັກ ແລະ ເລືອກເອົາສະຫາຍ ວິລະສັກ ນາມມຸນຕີ ເປັນປະທານກວດກາພັກ, ສະຫາຍ ນາງ ຄໍາໄພ ລັດສະໝີ, ສະຫາຍ ກອງດີ ສຸທໍາມະວົງ, ສະຫາຍ ບຸນສີ ກອງບຸດ ແລະ ສະຫາຍ ຈັນສະຫວ່າງ ຫິມມະພັນ ເປັນຮອງປະທານກວດກາຄະນະພັກ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply