ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກແຂວງຈໍາປາສັກ ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ຜົນປະກົດວ່າ ສະຫາຍ ວິໄລວົງ ບຸດດາຄໍາ ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ມະໄລທອງ ກົມມະສິດ ແລະ ສະຫາຍ ສາຍທອງ ໄຊຍະວົງ ເປັນຮອງເລຂາພັກແຂວງ.
ພ້ອມທັງເລືອກເອົາ ສະຫາຍ ປະດິດ ວັນນະລັດສະໝີ ເປັນປະທານກວດກາພັກແຂວງ, ສະຫາຍ ບຸນທ່ຽງ ຈັນທິລາດ, ສະຫາຍ ຕິ່ງແກ້ວ ບຸບຜາລາວັນ ແລະ ສະຫາຍ ບຸນທັນ ໄຊຍະແສງ ເປັນຮອງປະທານກວດກາພັກແຂວງ.
ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 45ສະຫາຍ (ຍິງ 05 ສະຫາຍ) ຊຶ່ງເລືອກໄດ້ 39 ສະຫາຍ (ຍິງ 04 ສະຫາຍ).
ພ້ອມກັນນັ້ນ, ໃນກອງປະຊຸມໃຫຍ່ຄັ້ງນີ້ ຍັງຄັດເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 13 ສະຫາຍ (ຍິງ 01 ສະຫາຍ) ແລະ ຍັງໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 37 ສະຫາຍ, ຍິງ 05 ແລະ ສຳຮອງ 03 ສະຫາຍເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກຄັ້ງທີ XI.
ຂ່າວ: ວຽງທາຍ
ຮູບ: ປະກອບ

