ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊ ສົມບູນຄັດເລືອກເອົາສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ ຊຸດໃໝ່

ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊ ສົມບູນຄັດເລືອກເອົາສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ ຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ I ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ສະໂມສອນເມືອງອານຸວົງ, ຊຶ່ງຜົນການປ່ອນບັດຄັດເລືອກປະກົດວ່າ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ແລະ ສະຫາຍ ແດງ ປະທຸມທອງ ເປັນຮອງເລຂາພັກແຂວງ.

ພ້ອມທັງເລືອກເອົາ ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ເປັນປະທານກວດກາພັກແຂວງ, ສະຫາຍ ບຸນຜອງ ຄຳມະນີວົງ ແລະ ສະຫາຍ ຕຸ້ຍ ອ່ອນດວງພະຈັນ ເປັນຮອງປະທານກວດກາພັກແຂວງ.

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 34ສະຫາຍ (ຍິງ  2 ສະຫາຍ) ຊຶ່ງເລືອກເອົາ 29 ສະຫາຍ (ຍິງ 2 ສະຫາຍ).

ພ້ອມກັນນັ້ນ, ໃນກອງປະຊຸມໃຫຍ່ຄັ້ງນີ້ ຍັງຄັດເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 9 ສະຫາຍ (ຍິງ 1 ສະຫາຍ) ແລະ ຍັງໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 15 ສະຫາຍ, ຍິງ 2  ແລະ ສຳຮອງ 2 ສະຫາຍເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກຄັ້ງທີ XI.

ຂ່າວ: ພຸດທະສອນ ເວດສະວົງ

Related Articles

Leave a Reply